ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ສະຫຼຸບການຮຽນ-ການສອນ ກໍ່ສ້າງນາຍສິບ ຊຸດທີ 13 ປະຈຳສົກຮຽນ 2024-2025
ເວລາອອກຂ່າວ: 2025-09-04 14:53:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1211 | ຄວາມນິຍົມ: ![]()
ໃນວັນທີ 4 ກັນຍາ 2025 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບ ການຮຽນ-ການສອນ ກໍ່ສ້າງນາຍສິບ ຊຸດທີ 13 ປະຈໍາສົກຮຽນ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ແຂກຖືກເຊີນ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານ ຄູ-ອາຈານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈວງພອນ ສອນມະນີ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ໄດ້ສະຫຼຸບຄືນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານວິຊາສະເພາະການຮຽນ-ການສອນ ຂອງໂຮງຮຽນໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ເປັນພື້ນຖານຫຼາຍດ້ານ ເປັນຕົ້ນ ຄະນະອຳນວຍການໂຮງຮຽນ ໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນນາຍສິບ ຊຸດທີ 13 ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄຸນສົມ ບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ, ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໂດຍສະເພາະການປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນວຽກງານການສິດສອນ, ການປະຕິບັດໂມງເວລາ, ການຂຶ້ນຫ້ອງ ລົງຫ້ອງ ແລະ ວຽກງານດ້ານອື່ນໆ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ຖອດຖອນບົດຮຽນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕໍ່ວຽກງານການນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນໄລຍະຜ່ານມາ ເພື່ອພ້ອມກັນປັບປຸງແກ້ໄຂຂໍ້ຄົງຄ້າງດັ່ງກ່າວໃຫ້ໄດ້ຜົນດີໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງໄດ້ໃນໄລຍະຜ່ານມາດ ຮຽກຮ້ອງມາຍັງຄະນະພັກ-ຄະນະອໍານວຍການ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງອິດທິກຳລັງປໍລະປັກ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ມີລະບອບຕິດຕາມກວດກາເປັນປົກກະຕິ, ຖືເອົາວຽກງານຂອງໂຮງຮຽນເປັນວຽກງານຍຸດທະສາດຍາວນານ ເພື່ອເປັນບ່ອນເຝິກຝົນຫຼໍ່ຫຼອມໃຫ້ໄດ້ບຸກຄະລາກອນຜູ້ທີ່ດີເດັ່ນ, ຍົກສູງວຽກງານນະໂຍບາຍ ເພື່ອເປັນການກະຕຸກຊຸກຍູ້ນໍ້າໃຈໃຫ້ພະນັກງານ-ນັກຮົບ, ຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ຂ່າວ+ພາບ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















