ຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງຊຽງຂວາງ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-09-04 10:52:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1221 | ຄວາມນິຍົມ: ![]()
ກອງປະຊຸມ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີສະຫາຍ ພັນເອກ ແສງດາວ ສີວຽງໄຊ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ດວງຈັນ ທັນທະວົງ ຫົວໜ້າພະແນກບໍລິຫານ ຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຊີ້ນຳບັນດາພະແນກການ ຂອງຫ້ອງການ ແລະ ບໍລິຫານ ເຂົ້າຮ່ວມການເຊື່ອມຊຶມບັນດານິຕິກຳ, ມະຕິກອງປະຊຸມໃຫຍ່ຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບໄດ້ເປັນຢ່າງດີ, ດຳເນີນຊີວິດການເມືອງພາຍໃນພັກ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 3 ສະຫາຍ, ສົ່ງພະນັກງານ-ນັກຮົບໄປຍົກລະດັບວິຊາສະເພາະ 3 ສະຫາຍ, ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ 4 ສະຫາຍ, ຊຸກຍູ້ສະມາຊຸກຊາວໜຸ່ມປະຕິບັດຂໍ້ແຂ່ງຂັນ 4 ບຸກ, ສ້າງຂະບວນການອອກແຮງງານ ຮັກສາໄດ້ນາມມະຍົດຊາວໜຸ່ມ 4 ບຸກ ໄດ້ 3 ສະໄໝຊ້ອນ, ຊຸກຍູ້ໜ່ວຍສະຫະພັນແມ່ຍິງ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຄອບຄົວ 3 ດີ, ແມ່ຍິງ 3 ດີ ແລະ ສາມາດຮັກສາໄດ້ນາມມະຍົດໜ່ວຍສະຫະພັນແມ່ຍິງ 3 ດີ 5 ສະໄໝຊ້ອນ, ສ້າງຮ່າງບົດສະຫຼຸບ, ນິຕິກຳຕ່າງໆ ຂອງກອງບັນຊາການ 15 ສະບັບ, ບັນທຶກກອງປະຊຸມ 24 ຄັ້ງ, ບັນທຶກເອກະສານເຂົ້າ-ອອກ 2.386 ສະບັບ, ພິມເອກະສານ 250 ສະບັບ, ແປເອກະສານ 48 ສະບັບ, ອັດສໍາເນົາເອກະສານ 7.213 ສະບັບ, ສຳເນົາເອກະສານ 388 ສະບັບ, ຮັບໃຊ້ກອງປະຊຸມ 35 ຄັ້ງ, ຮັບແຂກພາຍໃນ ແລະ ຕ່າງປະເທດ 50 ຄັ້ງ, ແຕ່ງກິນຮັບໃຊ້ກອງປະຊຸມ 31 ຄັ້ງ, ລົດນ້ອຍຮັບໃຊ້ທັງພາຍໃນ ແລະ ຕ່າງປະເທດ 699 ຖ້ຽວ, ອອກແຮງງານອະນາໄມຕາມຂອບເຂດຄວາມຮັບຜິດຊອບ 24 ຄັ້ງ, ສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຄືນສູ່ບ້ານເກີດ 2 ຄັ້ງ. ຄຽງຄູ່ກັນນີ້, ຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ຊຸກຍູ້ການຜະລິດແກ້ໄຂຊີວິດການເປັນຢູ່ຂອງຫ້ອງຢ່າງເປັນຂະບວນກວ້າງຂວາງ ໃນນີ້, ມີເນື້ອທີ່ປູກຝັງທັງໝົດ 1,2 ເຮັກຕາ, ເຮັດສວນຄົວປູກພືດຜັກຕາມລະດູການ, ປູກຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກຳ, ລ້ຽງງົວ 15 ໂຕ, ມີໜອງປາ 3 ໜອງ ປ່ອຍປາແລ້ວຫຼາຍພັນໂຕ. ໃນ 6 ເດືອນຕົ້ນປີ 2025 ສາມາດສ້າງລາຍຮັບຈາກການຂາຍສັດລ້ຽງ, ພືດຜັກຕ່າງໆ ແລະ ບໍລິການອື່ນໆ ໄດ້ 74 ລ້ານກວ່າກີບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ຫ້ອງການ ແລະ ບໍລິຫານ ສ້າງໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງການ ແລະ ບໍລິຫານ ເອົາໃຈໃສ່ໃນການປະຕິບັດວຽກງານການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ສາມັກຄີເປັນປຶກແຜ່ນ ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມກັນສ້າງກົມກອງໃຫ້ກາຍເປັນກົມກອງຕົວແບບໃນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















