ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 10 ມີນາ 2026

  

ປິດອົບຮົມວຽກງານປ້ອງກັນຄວາມປອດໄພຕາມເສັ້ນທາງລົດໄຟ ລາວ-ຈີນ ຊຸດທີ 6
ເວລາອອກຂ່າວ: 2025-09-04 10:48:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1077 | ຄວາມນິຍົມ:



ໃນວັນທີ 3 ກັນຍາ 2025 ນີ້, ທີ່ ສະໂມສອນ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີ ປິດອົບຮົມວຽກງານປ້ອງກັນຄວາມປອດໄພຕາມເສັ້ນທາງລົດໄຟ ລາວ-ຈີນ ຊຸດທີ 6 ໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ສະຫາຍ ຈ່ຽງສຸ້ຍ ຮອງເລຂາທິການ ສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ມີບັນດາຄູ-ອາຈານ ທີ່ມາຈາກວິທະຍາຄານຕໍາຫຼວດແຂວງຢູນນານ ແລະ ກົມຕໍາຫຼວດທາງລົດໄຟຄຸນໝິງ ສປ ຈີນ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ແລະ ນັກເຝິກອົບຮົມ ທີ່ມາຈາກກອງບັນຊາການທະຫານແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ສະຫາຍ ພັນໂທ ກອງວິໄລ ໄຊຍະເສນ ຫົວໜ້າສູນບັນຊາ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຜ່ານບົດສະຫຼຸບການເຝິກອົບຮົມວຽກງານປ້ອງກັນຄວາມປອດໄພ ຕາມເສັ້ນທາງລົດໄຟ ລາວ-ຈີນ ດັ່ງນີ້: ດ້ານດີ ຍ້ອນໄດ້ຮັບການຊີ້ນໍາໂດຍກົງ ຈາກກະຊວງປ້ອງກັນປະເທດ ແລະ ຄະນະຊີ້ນໍາປ້ອງກັນທາງລົດໄຟ ລາວ-ຈີນ ຢ່າງເປັນປົກກະຕິ, ຍ້ອນບັນດາພະນັກງານຄູ-ອາຈານ ມີຄວາມຈິງໃຈຖ່າຍທອດຄວາມຮູ້ທາງດ້ານເນື້ອໃນ ແລະ ພາກປະຕິບັດຕົວຈິງໃນພາກສະໜາມ ໃຫ້ແກ່ນັກເຝິກອົບຮົມຢ່າງເຕັມຄວາມສາມາດທີ່ແນ່ນອນ, ຍ້ອນບັນດານັກເຝິກອົບຮົມໄດ້ເປັນເຈົ້າການໃນການປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບ ກໍຄືລະບຽບຂອງການສິດສອນ ຂຶ້ນຫ້ອງ-ລົງຫ້ອງ, ຮັບຟັງການສິດສອນ ຂອງຄູ-ອາຈານ ກ້າຖາມ ກ້າຕອບ ແລະ ມີການສົນທະນາແລກປ່ຽນບົດຮຽນຢ່າງຟົດພື້ນ ຈຶ່ງເຮັດໃຫ້ການເຝິອົບຮົມໃນຄັ້ງນີ້ ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້. ການເຝິກອົບຮົມ ໄດ້ເລີ່ມແຕ່ວັນທີ 27 ສິງຫາ-3 ກັນຍາ 2025, ມີພະນັກງານ-ນັກຮົບ ເຂົ້າຮ່ວມເຝິກອົບຮົມທັງໝົດ 100 ສະຫາຍ. ທັງນີ້, ເພື່ອຄວາມຮັບປະກັນໃນການເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ ຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ 100%. ໃນພິທີ ຍັງໄດ້ມອບໃບຢັ້ງຢືນໃຫ້ບັນດານັກເຝິກອົບຮົມ ໂດຍການມອບ ຂອງສະຫາຍ ຈ່ຽນສຸ້ຍ ຮອງເລຂາທິການ ສູນການຮ່ວມມືປະຕິບັດກົດໝາຍແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ໂດຍ: ບຸນເພັງ ວົງແກ້ວມະນີ ພາບໂດຍ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ