ຫົວໜ້າການເມືອງ ກອງພົນທີ 3 ໂອ້ລົມພະນັງານ-ນັກຮົບ ຜູ້ທີ່ຈະໄປສຶກສາຮໍ່າຮຽນໃນສົກ 2025-2026
ເວລາອອກຂ່າວ: 2025-09-04 10:35:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1108 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2025 ນີ້, ທີສະໂມສອນ ກອງພົນທີ 3, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3 ໄດ້ໂອ້ລົມພະນັກງານ-ນັກຮົບຜູ້ທີ່ຈະໄປສຶກສາຮໍ່າຮຽນຕໍ່ຢູ່ບັນດາວິທະຍາຄານ ແລະ ໂຮງຮຽນຕ່າງໆ ພາຍໃນ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ພະແນກການກ່ຽວຂ້ອງ, ມີພະນັກງານ-ນັກຮົບຜູ້ທີ່ຈະໄປສຶກສາຮໍ່າຮຽນໃນສົກ 2025-2026 ຈຳນວນ 138 ສະຫາຍ ທີ່ມາຈາກອົງການ, ກົມກອງທົ່ວກອງພົນທີ 3.
ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າການເມືອງ ກອງພົນທີ 3 ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບຜູ້ທີ່ມີເງື່ອນໄຂໄປສຶກສາຮ່ຳຮຽນໃນຄັ້ງນີ້ ຍົກສູງນໍ້າໃຈຮັບຜິດຊອບ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນ, ປະຕິບັດໂມງເວລາ, ຫຼັກການ ການຮຽນ-ການສອນ ຂອງຄູ-ອາຈານຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ກັບຄູ-ອາຈານ ແລະ ເພື່ອນມິດສະຫາຍພາຍໃນໂຮງຮຽນ ເພື່ອເຮັດໃຫ້ການຮໍ່າຮຽນ ມີຄວາມປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ ຮຽນເກັ່ງ ຍາດແຍ່ງເອົາບົດຮຽນທີ່ຄູ-ອາຈານສິດສອນ, ນຳເອົາຄວາມຮູ້ ຄວາມສາມາດທີ່ຕົນເອງຮ່ຳຮຽນມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຢູ່ກົມກອງ ໃຫ້ມີໃບໜ້າອັນໃໝ່, ມີຄວາມເຂັ້ມແຂງ ແລະ ໄດ້ຮັບໝາກຜົນສູງ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















