ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ກຸມພາ 2026

  

ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ສໍາເລັດການເຂົ້າຮ່ວມ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ
ເວລາອອກຂ່າວ: 2025-09-03 14:17:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1324 | ຄວາມນິຍົມ:



ໃນທ້າຍເດືອນສິງຫາ ຜ່ານມາ, ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI) ເຊິ່ງຈັດຂຶ້ນທີ່ເມືອງພັດທະຍາ ແຂວງຊົນບູລີ ປະເທດໄທ. ໂດຍພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານ ຂອງສະຖາບັນຄົ້ນຄວ້າວຽກງານປ້ອງກັນຊາດ ແຫ່ງ ຣາຊະອານາຈັກໄທ ກອງປະຊຸມໄດ້ດໍາເນີນໃນລະຫວ່າງ ວັນທີ 27-28 ສິງຫາ 2025 ເຊິ່ງກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ການນຳໃຊ້ AI ເຂົ້າໃນວຽກງານປ້ອງກັນຊາດ: “ ສັກກະຍະພາບ ແລະ ສິ່ງທ້າທາຍ ສຳລັບການຮ່ວມມື ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ’’. ສະຫາຍ ພັນໂທ ສຸກສັນ ຄ້າຍພົມ ຫົວໜ້າຫ້ອງການ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຕາງໜ້າໃຫ້ແກ່ຄະນະຜູ້ແທນຝ່າຍລາວ ໄດ້ປະກອບຄຳເຫັນ ກ່ຽວກັບ ການນຳໃຊ້ AI ເອໄອ ເຂົ້າໃນວຽກງານປ້ອງກັນຊາດ: “ເພື່ອຄວາມໝັ້ນຄົງໃນພາກພື້ນ ແລະ ທິດທາງການຮ່ວມມື ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໃນຕໍ່ໜ້າ’’ ບາງຕອນໄດ້ກ່າວວ່າ: ປັດຈຸບັນ AI ໄດ້ມີບາດສຳຄັນ ຕໍ່ວຽກງານປ້ອງກັນຊາດ ແລະ ຄວມໝັ້ນຄົງ ພາກພື້ນ, ການນຳໃຊ້ AI ໄດ້ສືບຕໍ່ເພີ່ມຂຶ້ນຢ່າງມີປະສິດທິພາບໃນໜ່ວຍງານປ້ອງກັນຊາດ.ນອກຈາກນີ້, ການນຳໃຊ້ AI ຍັງເປັນການຫຼຸດຜ່ອນຄວາມສ່ຽງຕໍ່ທະຫານໃນການສູ້ຮົບ, ແຕ່ເຖິງຢ່າງໃດກໍຕາມ ການນຳໃຊ້ສິ່ງດັ່ງກ່າວ ກໍຕ້ອງມີຄວາມຮັບຜິດຊອບ ໂດຍສະເພາະທາງດ້ານຈັນຍາບັນ, ດ້ານວິຊາການ, ຄວາມໂປ່ງໃສ ແລະ ຄວາມລໍາອຽງ. ການທຸ່ມເທໃຫ້ແກ່ AI ຫຼາຍເກີນໄປ ອາດເປັນຄວາມສ່ຽງເກີນໄປຕໍ່ການໂຈມຕີທາງອິນເຕີເນັດ ຂອງຝ່າຍກົງກັນຂ້າມ ລວມທັງຄວາມບໍ່ສະເໝີພາບໃນການນຳໃຊ້ AI ລະຫວ່າງ ບັນດາສະມາຊິກອາຊຽນດ້ວຍກັນ. ຕໍ່ບັນດາສິ່ງທ້າທາຍຕ່າງໆ ໃນຂະແໜງປ້ອງກັນຊາດ, ອາຊຽນຄວນເສີມຂະຫຍາຍຄວາມຮັບຮູ້ ຂອງຂອງພະນັກງານ-ນັກຮົບ ໃນການຮັບມືກັບໄພຂົ່ມຂູ່ທາງອິນເຕີເນັດ ແລະ ການເຝິກອົບຮົມວຽກງານດັ່ງກ່າວຮ່ວມກັນ ຂອງປະເທດສະມາຊິກອາຊຽນ. ປັດຈຸບັນ AI ໄດ້ກາຍເປັນເຄື່ອງມືທີ່ສຳຄັນ ແລະ ໄດ້ຮັບການດຶງດູດຄວາມສົນໃຈຫຼາຍຂຶ້ນໃນຂະແໜງປ້ອງກັນຊາດ ໂດຍສະເພາະພາຍໃຕ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-Plus) ເຊິ່ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໄດ້ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປັນຍາປະດິດໃນຂະແໜງການປ້ອງກັນປະເທດ ທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນເດືອນກຸມພາ 2025. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບ: 1. ການນຳໃຊ້ AI ໃນການປ້ອງກັນປະເທດ: ຜົນກະທົບຕໍ່ຄວາມໝັ້ນຄົງໃນພາກພື້ນ ແລະ ວິທີການຕໍ່ໜ້າສໍາລັບການຮ່ວມມືກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 2. ຂໍ້ສະເໜີຕ່າງໆ ຂອງກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ໄປຍັງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ເພື່ອຄົ້ນຄວ້າພິຈາລະນາ; 3. ເອກະພາບແຜນການຈັດກອງປະຊຸມ ເຄືອຂ່າຍສະຖາບັນ ແລະ ຄວາມໝັ້ນຄົງອາຊຽນ ໃນທ້າຍປີ 2025 ແລະ ປີ 2026.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ