ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2025-09-03 09:43:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1399 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ຕູ່ນທອງ ທອງຜິວ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງອຸດົມໄຊ ພັກການ ຮັບບຳນານ ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງອະນຸມັດໃຫ້ສະຫາຍ ພັນໂທ ບຸນເພັດ ໄຊສົມແພງ ຫົວໜ້າການເມືອງ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ ພັກການ ຮັບບຳນານ, ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ຫົວໜ້າການເມືອງ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ. ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ 2 ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ໃນນີ້, ກອງບັນຊາການທະຫານແຂວງອຸດົມໄຊ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ບຸນເລີດ ອິນແສງທະນົນ ເປັນຫົວໜ້າການເມືອງ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ. ອີງຕາມ ກົດລະບຽບ ຂອງພັກປະຊາຊົນລາວ ສະໄໝທີ XI ໃນພາກທີ 2 ມາດຕາ 13 ວ່າດ້ວຍການບົງຕົວແຕ່ງຕັ້ງເພີ່ມເຕີມ, ຍົກຍ້າຍ ແລະ ການສິິ້ນສຸດເປັນກຳມະການຄະນະພັກ. ຄະນະປະຈຳພັກກອງບັນຊາການທະຫານແຂວງອຸດົມໄຊ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ບຸນເລີດ ອິນແສງທະນົນ ເປັນເລຂາໜ່ວຍພັກ ກອງຮ້ອຍ 28 ກອງບັນຊາການທະຫານແຂວງອຸດົມໄຊ. ຈາກນັ້ນ, ສະຫາຍ ພັນໂທ ບຸນເພັດ ໄຊສົມແພງ ຫົວໜ້າການເມືອງ ກອງຮ້ອຍ 28 ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ພ້ອມທັງ ມອບວຽກໃຫ້ສະຫາຍ ພັນຕີ ບຸນເລີດ ອິນແສງທະນົນ ຫົວໜ້າການເມືອງ ກອງຮ້ອຍ 28 ຜູ້ໃໝ່ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີ, ທີ່ບັນດາສະຫາຍໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຮຽກຮ້ອງໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປັບປຸງທັດສະນະຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງກົມກອງ, ຍົກສູງຄວາມຮູ້ ຄວາມສາມາດ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ປະກອບສ່ວນອັນສຳຄັນເຂົ້າໃນໜ້າທີ່ວຽກງານ ກໍຄືການປັບປຸງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ