ກອງພົນທີ 3 ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-09-03 09:31:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1158 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2025 ນີ້, ກອງພົນທີ 3 ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີຄະນະຫ້ອງ, ພະແນກການ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງພົນທີ 3 ພັກການຮັບບໍານານ, ອີງຕາມ ກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ 1 ມາດຕາ 33 ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຫົວໜ້າຫ້ອງການເມືອງ ກອງພົນທີ 3 ພັກການ ຮັບບໍານານ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນ ຕໍ່ສະຫາຍທີ່ໄດ້ສຸມສະຕິປັນຍາອຸທິດເຫື່ອແຮງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມທັງ, ຮຽກຮ້ອງໃຫ້ສະຫາຍ ສືບຕໍ່ສຶກສາອົບຮົມລູກຫຼານປະຕິບັດລະບຽບກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານນໍາອໍານາດການປົກຄອງທ້ອງຖິ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດຕໍ່ໄປ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















