ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ກຸ່ມ​ທ້ອນ​ເງິນ​ຮ່ວມ​ພັດທະນາ​ແມ່ຍິງ​ກອງພັນ 233 ມີ ເງິນ​ທ້ອນ​ທັງ​ໝົດ 2.267.300.000 ກີບ
ເວລາອອກຂ່າວ: 2025-09-03 09:14:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1226 | ຄວາມນິຍົມ:



ສະຫາຍ ພັນ​ຕີ ນາງ ວັນນາລີ ວຽງ​ວິ​ໄຊ ຫົວໜ້າ​ຂະແໜງ​ສະ ຫະພັນ​ແມ່ຍິງ, ປະທານ​ກຸ່ມ​ທ້ອນ​ເງິນ ກອງພັນ 233 ກົມ 213 ລາຍ ​ງານ​ໃນ​ໂອກາດສະຫຼຸບຖອດ ​ຖອນບົດຮຽນວຽກ​ງານ​ກອງ​ທຶນ ແລະ ແບ່ງປັນ​ຜົນ​ກຳໄລ​ໃຫ້​ສະມາຊິກ ປະຈຳ​ສົກ 2024-2025 ໄດ້​ໃຫ້​ໃຫ້​ຮູ້​ວ່າ: ກຸ່ມທ້ອນ ​ເງິນ​ຮ່ວມ​ພັດທະນາ​ແມ່ຍິງ​ກອງ ພັນ 233 ໄດ້​ຮັບ​ການສ້າງຕັ້ງຂຶ້ນ ​ຕາມ​ຂໍ້​ຕົກລົງຂອງ​ພະ​ແນກ​ສະ ຫະພັນ​ແມ່ຍິງ ກົມ 213 ສະບັບ​ເລກ​ທີ 30 ລົງ​ວັນ​ທີ 24 ກໍລະກົດ 2013, ສາຍ​ຕັ້ງ​ຂຶ້ນ​ກັບ ພະ​ແນກ​ສະຫະພັນ​ແມ່ຍິງ ກົມ 213, ສາຍ​ຂວາງ​ຂຶ້ນ​ກັບ ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ 233 ໂດຍ​ກົງ​ຮອບດ້ານ, ມີ​ພາລະ​ບົດບາດ ເຄື່ອນ​ໄຫວ ແລະ ປະຕິບັດຕາມ​ ກົດ​ລະບຽບ​ຂອງ​ກອງ​ທຶນ​ວາງ​ອອກ. ກອງ​ທຶນ​ດັ່ງກ່າວມີຄະນະ​ ຮັບຜິດຊອບ​ທັງ​ໝົດ 5 ສະຫາຍ, ສະມາຊິກ​ກອງ​ທຶນ ແມ່ນ​ເປັນ​ພະນັກງານ-ນັກຮົບ​ໃນ​ກົມ​ກອງ, ລູກ, ເມຍ​ຂອງ​ພະນັກງານ ແລະ ພໍ່​ແມ່​ປະຊາຊົນ​ອ້ອມຂ້າງກົມກອງ ​ທີ່​ຢາກ​ທ້ອນ​ເງິນ, ເງິນ​ທີ່​ທ້ອນ ​ໄດ້​ນັ້ນ ໄດ້​ປ່ອຍ​ໃຫ້​ສະມາຊິກ​ຜູ້​ທີ່​ມີ​ຄວາມ​ຈຳເປັນກູ້​ຢືມ​ດ້ວຍອັດ ຕາ​ດອກ​ເບ້ຍ​ຕ່ຳພ້ອມທັງປະຕິ ບັດ​ນະໂຍບາຍ​ຊ່ວຍເຫຼືອ​ສະມາ ຊິກ​ຜູ້​ທີ່​ເຈັບເປັນ ຕາມ​ຂໍ້​ກຳນົດ ແລະ ກົດ​ລະບຽບ​ຂອງກອງທຶນ ​ວາງ​ອອກ, ໝູນ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ກິດຈະກຳ ແລະ ຊ່ວຍແບ່ງ ​ເບົາ​ພາລະ​ຂອງ​ກົມ​ກອງ. ກຸ່ມ​ທ້ອນ​ເງິນ​ຮ່ວມ​ພັດທະນາ​ແມ່ຍິງ​ກອງພັນ 233 ໄດ້​ເປີດ​ຮັບ​ທ້ອນ​ເງິນ ໃນ​ວັນ​ທີ 1 ກັນຍາ 2013, ເດືອນ​ທຳ​ອິດ ມີ​ສະມາຊິກ​ມາ​ຝາກ​ເງິນ​ທັງ​ໝົດ 116 ສະຫາຍ, ຍິງ 52 ສະຫາຍ ແລະ ສາມາດ​ເກັບ​ທ້ອນ​ເງິນ​ໄດ້​ທັງ​ໝົດ 32.910.000 ກີບ, ເມື່ອ​ຮອດ​ກຳນົດ 1 ປີ ຈະ​ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ ແລະ ແບ່ງປັນ​ຜົນ​ກຳໄລ​ໃຫ້​ສະມາຊິກ​ເປັນ​ປົກກະຕິ, ປີ​ທຳ​ອິດ ມີ​ສະມາຊິກ​ເຂົ້າ​ຮ່ວມ​ຝາກ​ເງິນ​ທັງ​ໝົດ 306 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 252.925.000 ກີບ, ໄດ້​ຮັບ​ດອກ​ເບ້ຍ​ຈາກ​ການ​ປ່ອຍ​ກູ້​ທັງ​ໝົດ 57.779.000 ກີບ, ຄ່າ​ທຳນຽມ 1.813.000 ກີບ, ລວມ​ຍອດ​ກຳໄລ​ປີ​ທຳ​ອິດ 59.592.000 ກີບ. ມາ​ຮອດ​ປັດຈຸບັນ, ກອງ​ທຶນ​ດັ່ງກ່າວ ມີ​ສະມາຊິກ​ທັງ​ໝົດ 519 ສະຫາຍ, ຍິງ 205 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 2.267.300.000 ກີບ ໃນ​ນີ້, ໄດ້​ປ່ອຍ​ໃຫ້​ສະມາຊິກ​ກູ້​ຢືມ 996.504.000 ກີບ, ໃນ​ສົກ 2024-2025 ໄດ້​ຮັບ​ເງິນ​ທ້ອນ​ທັງ​ໝົດ 698.201.000 ກີບ, ໄດ້​ຮັບ​ດອກ​ເບ້ຍ​ຈາກ​ການ​ປ່ອຍ​ກູ້ 429.318.000 ກີບ, ຮັບ​ຄ່າ​ທຳນຽມ 746.000 ກີບ, ລວມ​ຍອດ​ກຳໄລ​ໝົດ​ປີ 430.064.000 ກີບ, ຈ່າຍ​ເງິນ​ປັນ​ຜົນ​ປະຈຳ​ປີ​ໃຫ້​ສະມາຊິກ 446.265.000 ກີບ, ເກັບ​ເງິນ​ສະມາຊິກ​ກູ້​ຢືມ​ສົ່ງ​ຄືນ​ໄດ້​ທັງ​ໝົດ 1.002.270.000 ກີບ, ສະມາຊິກ​ຄ້າງ​ກູ້ 141 ສະຫາຍ ແລະ ມີ​ເງິນ​ຄ້າງ​ກູ້​ທັງ​ໝົດ 2.030.385.000 ກີບ. ສະຫາຍ ພັນ​ໂທ ຄຳ​ໄພ ສຳ​ມະ​ວົງ ຫົວໜ້າ​ການເມືອງ​ກອງພັນ 233 ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຄະນະ​ກຸ່ມ​ທ້ອນ​ເງິນ ທີ່​ໄດ້​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ ຕໍ່​ການ​ປະຕິບັດ​ໜ້າ ທີ່, ມີ​ຄວາມ​ບໍລິສຸດ​ສັດຊື່ ພ້ອມ​ກັນ​ເຮັດ​ໜ້າທີ່​ເກັບ​ກຳ​ບັນຊີ​ລາຍ​ຮັບ-ລາຍ​ຈ່າຍ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ ແລະ ສາມາດ​ແບ່ງປັນ​ຜົນ​ໃນ​ແຕ່​ລະ​ປີ​ເປັນ​ປົກກະຕິ. ພ້ອມ​ກັນ​ນັ້ນ, ສະຫາຍ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ກຸ່ມ​ທ້ອນ​ເງິນ ຈົ່ງ​ສືບຕໍ່​ບໍລິຫານ​ກອງ​ທຶນ​ໃຫ້​ມີ​ຄວາມ​ໂປ່ງ​ໃສ່, ບໍ ລິສຸດ​ສັດຊື່​ຕໍ່​ສະມາຊິກ​ກອງ​ທຶນ, ຮັບປະກັນ​ບໍ່​ໃຫ້​ກອງ​ທຶນ​ຕົກເຮ່ຍ​ເສຍ​ຫາຍ​ໂດຍ​ບໍ່​ມີ​ເຫດຜົນ ແລະ ເປັນ​ເຈົ້າ​ການປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກຸ່ມ​ທ້ອນ​ເງິນ​ວາງ​ອອກ ໃຫ້​ເຂັ້ມ​ງວດ ເພື່ອ​ເຮັດ​ໃຫ້​ກອງ​ທຶນ ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ນຳ​ເອົາ​ຜົນປະ ໂຫຍດມາສູ່​ສະມາຊິກ​ກອງ​ທຶນ ຢ່າງ​ແທ້​ຈິງ. ໂດຍ: ໄມ່​ບຸນ​ຫົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ