ແຂວງໄຊຍະບູລີ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2025-09-03 09:01:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1091 | ຄວາມນິຍົມ: ![]()
ໃນວັນທີ 2 ກັນຍາ 2025 ນີ້, ແຂວງໄຊຍະບູລີ ໄດ້ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ ຄື:ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງໄຊຍະບູລີ, ມີການນຳຂອງແຂວງ, ຂອງເມືອງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຄະນະສະມາຄົມຫວຽດນາມ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ພາກສ່ວນຕ່າງໆ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດ ຂອງ ຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍເຫດການທີ່ເກີດຂຶ້ນຕະຫຼອດໄລຍະຂອງການປະຕິວັດຫວຽດນາມ ໃນການຕໍ່ສູ້ຍາດເອົາອໍານາດການປົກຄອງຈາກຈັກກະພັດລ່າເມືອງຂຶ້ນຝຣັ່ງ ເຊິ່ງປະຊາຊົນຫວຽດນາມ ໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ເອົາປະເທດຊາດ ຈົນໄດ້ຮັບໄຊຊະນະ ນອກຈາກນີ້, ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຍັງໄດ້ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການໄປມາຫາສູ່ຖານບ້ານໃກ້ເຮືອນຄຽງ ເພື່ອນມິດຍຸດທະສາດຮ່ວມມືຮອບດ້ານ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເນື້ອໃນຄວາມໝາຍ ຂອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຊິ່ງນັກຮົບເກົ່າແມ່ນຜູ້ທີ່ມີຜົນງານ, ມີຄຸນງາມຄວາມດີຕໍ່ປະເທດຊາດ, ເປັນຜູ້ທີ່ເສຍສະຫຼະເລືອດເນື້ອເຫື່ອໄຄ ເພື່ອແລກເອົາຄວາມເປັນເອກກະລາດ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ.
ການປາຖະກະຖາ ໃນຄັ້ງນີ້, ເພື່ອເຮັດໃຫ້ບັນດາພະນັກງານ, ທະຫານ-ຕຳຫຼວດ ແລະ ອົງການຈັດຕັ້ງຕ່າງໆ ອ້ອມແຂວງ ໄດ້ຮັບຮູ້ກ່ຽວກັບມູນເຊື້ອ ແລະ ຜົນງານໄຊຊະນະ ຂອງປະຊາຊົນຫວຽດນາມ ແລະ ການພົວພັນຮ່ວມມືຍຸດທະສາດ ພ້ອມທັງ, ຜົນງານການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າຕະຫຼອດໄລຍະ 23 ປີ ຜ່ານມາ ແລະ ຄວາມເສຍສະຫຼະ ຂອງສະຫະພັນນັກຮົບເກົ່າ ພ້ອມກັນນຳເອົາເນື້ອໃນດັ່ງກ່າວ ມາເປັນບົດຮຽນໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ໃຫ້ໄດ້ຮັບປະສິດທິຜົນສູງ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















