ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານ 3 ດີ ຢູ່ອົງການໄອຍະການທະຫານຂັ້ນສູງ
ເວລາອອກຂ່າວ: 2025-08-13 15:51:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1355 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2025 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຊຸກຍູ້ວຽກງານ 3 ດີ ຢູ່ອົງການໄອຍະການທະຫານຂັ້ນສູງ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄໍາຫຼ້າ ນັນທະລັດ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນຕີ ນາງ ສຸພາບ ມະນີວົງ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະໜ່ວຍ, ຫົວໜ້າຈຸ ສະຫະພັນແມ່ຍິງພາຍໃນອົງການໄອຍະການທະຫານຂັ້ນສູງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຂັນເງິນ ຫຼວງລາດ ເລຂາໜ່ວຍສະຫະພັນແມ່ຍິງ ອົງການໄອຍະການທະຫານຂັ້ນສູງ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກ ເຊິ່ງໄລຍະຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງ ອົງການໄອຍະການທະຫານຂັ້ນສູງ ໄດ້ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ມາຈັດຕັ້ງເຜີຍແຜ່ປຸກລະດົມຂະບວນການຢ່າງກວ້າງຂວາງ ເພື່ອສຶກສາອົບຮົມໃຫ້ສະມາຊິກສະຫະພັນແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຊິ່ງມີຄະນະພັກ-ຄະນະນໍາ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເປັນຜູ້ຊີ້ນໍາໂດຍກົງ, ພ້ອມທັງໄດ້ສ້າງແຜນຂໍທິດຊີ້ນໍາຈາກຄະນະພັກ-ຄະນະນໍາ ເພື່ອເຄື່ອນໄຫວຕາມແຜນການຂັ້ນຕອນ ຂອງການເປີດຂະບວນການຂໍ້ແຂ່ງຂັນ 3 ດີ ມອບຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ໜ່ວຍສະຫະພັນແມ່ຍິງ ອົງການໄອຍະການທະຫານຂັ້ນສູງ ໄດ້ຮັບຮອງເອົາ 8 ແຜນງານ 17 ໂຄງການ ຂອງສະຫະພັນແມ່ຍິງກອງທັບວາງອອກ, ເນື້ອໃນຂໍ້ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດທະນາດີ, ຄອບຄົວດີ) ໃນນັ້ນ, ໄດ້ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກສະຫະພັນແມ່ຍິງ ສັງເກດຕີລາຄາ ຢັ້ງຢືນໃນການປະຕິບັດໃຫ້ຖືກຕ້ອງສອດຄ່ອງຕາມແຜນທີ່ວາງໄວ້, ສົມທົບກັບຄະນະພັກ-ຄະນະນໍາ ເພື່ອຂໍທິດຊີ້ນໍາ ຈາກຄະນະພັກ-ຄະນະນໍາ ໃນການເຄື່ອນໄຫວຂະບວນການດັ່ງກ່າວ ໃຫ້ໄດ້ຮັບຜົນດີ ແລະ ການເຄື່ອນໄຫວວຽກງານຂໍ້ແຂ່ງຂັນ 3 ດີ ແມ່ນຕິດພັນກັບຂະບວນການລວມ ຂອງຄະນະພັກ-ຄະນະນໍາ ໃນອົງການໄອຍະການທະຫານຂັ້ນສູງ, ໜ່ວຍສະຫະພັນແມ່ຍິງ ໄດ້ສະຫຼຸບປະເມີນຜົນການຈັດຕັ້ງຂໍ້ແຂ່ງຂັນ 3 ດີ ປະຈໍາ ແຕ່ລະປີ ເພື່ອຕີລາຄາຜົນໄດ້ຮັບດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຄັດເລືອກ ຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ, ບຸກຄົນ 3 ດີ ແລະ ກົມກອງ 3 ດີ.
ຜ່ານການກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັນ 3 ດີ ໃນໜ່ວຍສະຫະພັນແມ່ຍິງ ອົງການໄອຍະການທະຫານຂັ້ນສູງ ໃນໄລຍະຜ່ານມາມີຄື: ພົນລະເມືອງດີ ຈໍານວນ 11 ສະຫາຍ, ພັດທະນາດີ ຈໍານວນ 11 ສະຫາຍ, ສ້າງຄອບຄົວດີ ຈໍານວນ 9 ຄອບຄົວ, ບຸກຄົນ 3 ດີ ປະເພດ I ຈໍານວນ 9 ສະຫາຍ, ບຸກຄົນ 3 ດີ ປະເພດ II ຈໍານວນ 2 ສະຫາຍ, ກົມກອງນໍາພາ-ຊີ້ນໍາຂະບວນການຂໍ້ແຂ່ງຂັນ 3 ດີ ຈໍານວນ 1 ອົງການ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີ ຈໍານວນ 1 ໜ່ວຍ.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















