ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ວິທະຍາຄານເຕັກນິກການທະຫານ ປະກາດການແຕ່ງຕັ້ງໜ້າທີ່ ແລະ ປະດັບທຽບຊັ້ນນາຍທະຫານ
ເວລາອອກຂ່າວ: 2025-08-13 15:31:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1618 | ຄວາມນິຍົມ:



ວັນທີ 12 ສິງຫາ 2025 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ປະກາດການແຕ່ງຕັ້ງໜ້າທີ່ ແລະ ປະດັບທຽບຊັ້ນນາຍທະຫານ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີບັນດາ ຄະນະພັກ-ຄະນະອໍານວຍການ, ຕາງໜ້າກົມວິຊາສະເພາະທີ່ກ່ຽວຂ້ອງ, ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດທົດລອງ, ກອງພັນນັກສຶກສາ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງພະຈັນ ຄຸດຕະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານຊ່ວຍວຽກ ແລະ ແຕ່ງຕັ້ງຄູສອນ ຢູ່ ວິທະຍາຄານເຕັກນິກການທະຫານ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພວງທອງ ບົວມີໄຊ ເປັນຄູສອນ ວິຊາຍຸດທະວິທີ, ສະຫາຍ ຮ້ອຍໂທ ຍຸດທິທຳ ສຳລຽນຄຳ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງປືນໃຫຍ່ໜ້າດິນ, ສະຫາຍ ຮ້ອຍໂທ ແສງສະຫວັນ ຄຳມະລາດ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງລູກກະສຸນ, ສະຫາຍ ຮ້ອຍຕີ ສອນເພັດ ສີຍະວົງ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງປືນໃຫຍ່ປ້ອງກັນອາກາດ, ສະຫາຍ ຮ້ອຍໂທ ລຳປາວ ພຸດທະວົງ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງຊ່ວງລ່າງລົດ, ສະຫາຍ ຮ້ອຍໂທ ຈັນທະວອນ ດາວມະນີຈັນ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງໄຟຟ້າລົດ, ສະຫາຍ ຮ້ອຍເອກ ບຸນມີໄຊ ຕູໄຊລີຢາ ເປັນຄູສອນ ວິຊາໄຟຟ້າເຕັກນິກ, ສະຫາຍ ພັນຕີ ພອນແກ້ວ ແກ້ວບຸນມີ ເປັນຄູສອນ ວິຊາກິລາການທະຫານ, ສະຫາຍ ພັນຕີ ຄອນສະຫວັນ ແສນຊົມພູ ເປັນຄູສອນ ວິຊາຍຸດທະວິທີ, ສະຫາຍ ຮ້ອຍໂທ ທິບພາພອນ ສຸດທະວິໄລ ເປັນຄູສອນ ວິຊາສ້ອມແປງກະສຸນ, ສະຫາຍ ຮ້ອຍໂທ ຄຳພັດ ບຸນພະຈັນ ເປັນຄູສອນ ວິຊາສ້ອມແປງໄຟລົດ, ສະຫາຍ ຮ້ອຍໂທ ສົມໄຊ ແສງມະນີ ເປັນຄູສອນ ວິຊາຊ່ວງລ່າງ ລົດຕັງ-ຍານເກາະ, ສະຫາຍ ຮ້ອຍໂທ ສຸລິວົງ ແກ້ວທອງບິນ ເປັນຄູສອນ ວິຊາຊ່ວງລ່າງ ຍານເກາະ, ສະຫາຍ ພັນໂທ ບຸນແຍງ ແກ້ວດວງເດດ ເປັນຄູສອນ ວິຊາເສນາເຕັກນິກ , ສະຫາຍ ຮ້ອຍເອກ ຈຳໂບ້ ສຸລິຍະ ເປັນຄູສອນ ວິຊາລູກສອນໄຟ, ສະຫາຍ ຮ້ອຍໂທ ສຸກສັນ ວົງຈັນດີ ເປັນຄູສອນ ວິຊາສ້ອມແປງປືນລາບ, ສະຫາຍ ຮ້ອຍໂທ ຄຳຫຼ້າ ພິມມະທອງ ເປັນຄູສອນ ວິຊາບົວລະບັດ-ສ້ອມແປງປືນໃຫຍ່ປ້ອງກັນອາກາດ, ສະຫາຍ ພັນໂທ ສາຍຄຳ ສຸກປະເສີດ ເປັນຫົວໜ້າພະແນກອຸປະໂພກ-ບໍລິໂພກ, ສະຫາຍ ພັນຕີ ຄຳຫຼ້າ ອິນທະວົງ ເປັນຮອງຫົວໜ້າພະແນກອຸປະໂພກ-ບໍລິໂພກ, ນຳສົ່ງ ສະຫາຍ ຮ້ອຍໂທ ສຸລິຄານ ວາງຈົງທາວ ໄປຢູ່ພະແນກໂຄສະນາອົບຮົມ ຫ້ອງການເມືອງ, ສະຫາຍຮ້ອຍໂທ ປໍເຢ້ຢາງ ຈົງກົ່ວ ໄປໃຫ້ສູນເຝິກຫັດ-ທົດລອງ, ສະຫາຍ ຮ້ອຍໂທ ນາງ ພອນທິບ ສົມມະນີ ໄປເປັນຄູສອນ ຢູ່ຄະນະວິຊາວິທະຍາສາດພື້ນຖານ, ສະຫາຍ ຮ້ອຍໂທ ຈະເລີນໄຊ ໄຊຍະລີວົງ ມາຢູ່ຫ້ອງການບໍລິຫານ ເພື່ອເຮັດໜ້າທີ່ເປັນເລຂາຫົວໜ້າການທະຫານ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ນາງ ຄຳຮູ້ ໃບລາຈວງ ເປັນພະນັກງານຊ່ວຍວຽກຈັດຕັ້ງພັກ, ສະຫາຍ ຮ້ອຍໂທ ນາງ ຕານ້ອຍ ນາມວົງສາ ເປັນພະນັກງານຊ່ວຍວຽກພະແນກສະຫະພັນແມ່ຍິງ, ສະຫາຍ ຮ້ອຍໂທ ຄຳເຜີຍ ໄຊຍະສິດ ເປັນພະນັກງານຊ່ວຍວຽກ ພະແນກວັດຖຸ ຫ້ອງອົບຮົມ, ສະຫາຍ ຮ້ອຍເອກ ນາງ ອຸດົມໄຊ ເມືອງວົງ ເປັນຄູສອນ ວິຊາພາສາອັງກິດ, ສະຫາຍ ພັນຕີ ພາວະດີ ພິລາວົງ ເປັນການເງິນ ຂັ້ນ3 ກອງພັນນັກສຶກສາທີ 2, ສະຫາຍ ຮ້ອຍເອກ ນາງ ລັດດາພອນ ອິນຕະວົງ ເປັນການເງິນຂັ້ນ3 ກອງພັນນັກສຶກສາທີ 1. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະສາຍລັດ ຈຳນວນ 21 ສະຫາຍ ຕື່ມອີກ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຜູ້ທີ່ໄດ້ຮັບການປະດັບທຽບຊັ້ນ ແລະ ໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ໃຫ້ທຸກສະຫາຍ ຈົ່ງມີຄວາມເອກອ້າງທະນົງໃຈຮັບໃຊ້ໜ້າທີ່ການເມືອງຂອງຕົນ, ມີຄວາມຮັບຜິດຊອບສູງ, ເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຄຸນສົມບັດ, ສິນທໍາປະຕິວັດ, ມີລະຕິລະວັງຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ ຂອງສັດຕູ ຜູ້ບໍ່ຫວັງດີ ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ, ຮັກສາໄດ້ລະບຽບວິໄນທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ຊອກຮູ້ຮໍ່າຮຽນເພື່ອພັດທະນາຕົນເອງຮອບດ້ານ ແນໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ