ກອງປະຊຸມລາຍງານການກະກຽມການເຝິກຊ້ອມຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”
ເວລາອອກຂ່າວ: 2025-08-13 15:00:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1451 | ຄວາມນິຍົມ: ![]()
ໃນວັນທີ 13 ສິງຫາ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມການລາຍງານການກະກຽມໃຫ້ແກ່ການເຝິກຊ້ອມຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”. ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ວິທະຍາຄານ ນາຍທະຫານບົກ ກົມມະດໍາ, ບັນດາອະນຸກໍາມະການຮັບຜິດຊອບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຮັບຜິດຊອບເນື້ອໃນ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການກະກຽມເຝິກຊ້ອມຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ວ່າ: ການເຝິກຊ້ອມຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ແມ່ນການເຝິກຊ້ອມຮ່ວມ ຄັ້ງທີ 5 ໂດຍແມ່ນ ສປປ ລາວ ເປັນເຈົ້າພາບ, ເຊິ່ງຈະຈັດຢູ່ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດໍາ, ເຝິກຊ້ອມຮ່ວມໃນຫົວບົດ: ຈັດຕັ້ງ ກະກຽມ ແລະ ປະຕິບັດສູ້ຮົບຮ່ວມ ຕີດັບສູນກຸ່ມຕິດອາວຸດຜິດກົດໝາຍ ໂດຍນຳໃຊ້ບົດຮຽນທີ່ໄດ້ມາຈາກປະຕິບັດການຕໍ່ຕ້ານການກໍ່ການຮ້າຍສະໄໝໃໝ່, ພາຍໃຕ້ຄໍາຂວັນ: ຄຽງບ່າຄຽງໄຫຼ່ຕໍ່ສູ້ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ. ເປັນການເຝິກຊ້ອມຮ່ວມ ຄ້າຍຄືກັບສູ້ຮົບຈິງ ໃນການປະຕິບັດການຕໍ່ຕ້ານກຸ່ມກໍ່ການຮ້າຍ ໂດຍນໍາໃຊ້ໂດຣນໂຈມຕີ, ໂດຣນສືບຂ່າວ ແລະ ພາຫະນະຂະໜາດນ້ອຍເຄື່ອນທີ່ໄວສູ້ຮົບຢູ່ເຂດຕົວເມືອງ ແລະ ເຂດພູຜາປ່າດົງ ໃນເວລາກາງເວັນ ແລະ ກາງຄືນ. ເປັນການຖ່າຍທອດບົດຮຽນສູ້ຮົບສະໄໝໃໝ່ ຈາກບົດຮຽນຕົວຈິງ ຈາກໄພຂົ່ມຂູ່ ຂອງການກໍ່ການຮ້າຍສາກົນ ທີ່ກໍາລັງເພີ່ມຂຶ້ນໃນປັດຈຸບັນ ໃຫ້ແກ່ກອງທັບປະຊາຊົນລາວ. ຈາກນັ້ນ, ບັນດາອະນຸກຳມະການດ້ານຕ່າງໆ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ແລະ ລາຍງານຄວາມພ້ອມແຕ່ລະວຽກງານຂອງຕົນ ທີ່ໄດ້ຮັບມອບໝາຍເພື່ອເອກະພາບຕໍ່ບົດເນື້ອໃນ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ບັນດາອະນຸກຳມະການໃນດ້ານວຽກງານຕ່າງໆ ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນທີ່ຍັງຄົງຄ້າງໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ພ້ອມກັນເອົາໃຈໃສ່ປະຕິບັດຕາມໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີ ຕາມຂັ້ນເທິງມອບໝາຍໃຫ້ ເພື່ອຮັບປະກັນເຮັດໃຫ້ແຜນການເຝິກຊ້ອມຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ໂດຍ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















