ລາຍງານຂ່າວໃຫ້ໄວ, ທັນເຫດການ, ສັ້ນກະທັດຮັດ, ຖືກໃຈທັງຜູ້ອ່ານ ແລະ ຖືກຕ້ອງຕາມແນວທາງຂອງພັກ
ເວລາອອກຂ່າວ: 2025-08-13 14:55:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1335 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທັດສະນະ ແລະ ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ວ່າ:
ສື່ມວນຊົນ ແມ່ນເວທີຖະແຫຼງຂ່າວທີ່ປະກອບດ້ວຍສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະລິດຕະພັນສື່ມວນຊົນ, ມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເປັນພາຫະນະໂຄສະນາທີ່ສໍາຄັນ ໃນການສ່ອງແສງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ; ສ່ອງແສງເຖິງການປັບປຸງກໍ່ສ້າງພັກ ແລະ ປັບປຸງລະບົບການເມືອງ ໃນລະບອບປະຊາທິປະໄຕປະຊາຊົນ; ເປັນເວທີໃຫ້ມະຫາຊົນ ໄດ້ສະແດງຄວາມຄິດເຫັນ ທັດສະນະອັນສ້າງສັນ ກ່ຽວກັບການນໍາພາ ຂອງພັກ ແລະ ການຄຸ້ມຄອງຂອງລັດ.
ສຳລັບສື່ມວນຊົນກອງທັບ ເປັນພາກສ່ວນໜຶ່ງ ໃນຖັນແຖວສື່ມວນຊົນລາວ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໃນກອງທັບປະຊາຊົນລາວ. ຕະຫຼອດໄລຍະຜ່ານມາ, ກອງທັບ ກໍຄືກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານສື່ມວນຊົນໃນກອງທັບ ໂດຍຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນວຽກງານໜຶ່ງທີ່ສໍາຄັນ ໂດຍສຸມໃສ່ໂຄສະນາຜ່ານພາຫະນະສື່ມວນຊົນກອງທັບ, ສະໜອງຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ນອກກອງທັບ, ຂ່າວຕ່າງປະເທດ, ສາລະສິ່ງຄວນຮູ້ຕ່າງໆ ລວມທັງເຜີຍແຜ່ແນວທາງການເມືອງ, ການທະຫານ ແລະ ມະຕິ, ຄໍາສັ່ງຕ່າງໆ ຂອງ ພັກ-ລັດ, ທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ປຸກລະດົມຂະບວນການລວມໝູ່ ແລະ ວຽກດີ-ຄົນເດັ່ນ, ຕຳນິວິຈານ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນກອງທັບ ທັງເປັນເຈົ້າການໂຄສະນາປຸກລະດົມຂະບວນການຕ່າງໆ ພາຍໃນກອງທັບ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກອງທັບ, ຕອບຕ້ານທຸກຖ້ອຍທຳນອງ ໂຄສະນາທີ່ບິດເບືອນໃສ່ຮ້າຍປ້າຍສີ ພັກ-ລັດ ແລະ ກອງທັບ. ສາມາດເວົ້າໄດ້ວ່າ: “ສື່ມວນຊົນເປັນອາວຸດອັນແຫຼມຄົມ, ເປັນພາຫະນະສຳຄັນທີ່ສຸດ ລະຫວ່າງ ພັກ ກັບ ປະຊາຊົນ ທັງເປັນຜູ້ນຳເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກໄປສູ່ປະຊາຊົນ, ທັງເປັນຜູ້ນໍາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ມາສ່ອງແສງໃຫ້ພັກໄດ້ຮັບຮູ້ ເພື່ອແກ້ໄຂໄດ້ທັນເວລາ”. ໂດຍເຫັນໄດ້ບົດບາດ-ຄວາມໝາຍສຳຄັນດັ່ງກ່າວ ສື່ມວນຊົນຂອງກອງທັບ ຍາມໃດກໍເປັນກະບອກສຽງດ້ານວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ມີຄວາມໜັກແໜ້ນ, ມີຄວາມສາມັກຄີກົມກຽວເປັນປືກແຜ່ນອັນດຽວ, ເຮັດລ້ອນໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ທັງເປັນກະບອກສຽງອັນສໍາຄັນໃນການໂຄສະນາສຶກສາອົບຮົມ, ນໍາເອົາມູນເຊື້ອ, ແນວທາງແຜນນະໂຍບາຍ ຂອງພັກ-ລັດ ເຂົ້າສູ່ຊີວິດຕົວຈິງ ຂອງປະຊາຊົນລາວບັນດາເຜົ່າ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານໃນທົ່ວກອງທັບ.
ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ກ່າວຕື່ມວ່າ: ເພື່ອສືບຕໍ່ປະຕິບັດໜ້າທີ່ ຄວາມຮັບຜິດຊອບການເມືອງໃນຕໍ່ໜ້າ ສື່ມວນຊົນກອງທັບ ຕ້ອງຖອດຖອນເອົາບາງບົດຮຽນ ແລະ ຕ້ອງເພີ່ມທະວີ ການເອົາໃຈໃສ່ບາງດ້ານຕົ້ນຕໍ ດັ່ງນີ້:
ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິຕ່າງໆ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ, ເຖິງຖອງແທ້ໆ ເພື່ອໃຫ້ກຳແໜ້ນເນື້ອໃນຈິດໃຈວຽກງານຈຸດສຸມແຕ່ລະດ້ານ.
ສື່ມວນຊົນກອງທັບ ຕ້ອງໄດ້ສືບຕໍ່ປັບປຸງ, ພັດທະນາຕົນເອງໃຫ້ມີການຫັນປ່ຽນ ໄປສຸ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ພ້ອມກັນແກ້ໄຂບັນຫາຂອດອຸດຕັນ, ຫຍຸ້ງຍາກຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ.
ສຸມໃສ່ພັດທະນາສື່ມວນຊົນກອງທັບ ໃຫ້ສົມກັບວ່າ ເປັນກະບອກສຽງທີ່ແຫຼມຄົມຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະຂອງກະຊວງປ້ອງກັນປະເທດ ທີ່ແທ້ຈິງ ແລະ ເປັນເຄື່ອງມືຮັບໃຊ້ໂຄສະນາ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ສັງຄົມ ກໍຄືປະຊາຊົນ ໂດຍສະເພາະວຽກງານນໍາພາ-ຊີ້ນໍາຂອງພັກ, ການຄຸ້ມຄອງຂອງລັດ, ການຊີ້ນໍາ-ບັນຊາ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານປ້ອງກັນຊາດ ແລະ ເປັນເວທີສົ່ງເສີມ, ແລກປ່ຽນບົດຮຽນ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ້ອຍທໍານອງ ຂອງກຸ່ມຄົນບໍ່ດີ.
ເອົາໃຈໃສ່ພັດທະນາເນື້ອໃນ ແລະ ຮູບການຂອງ ສື່ມວນຊົນກອງທັບ ໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ, ພ້ອມທັງຮັບປະກັນຕາມ 4 ລັກສະນະ ຂອງສື່ມວນຊົນ ແລະ ຢູ່ໃນຂອບເຂດ ຂອງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.
ສືບຕໍ່ສຸມໃສ່ ໂຄສະນາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ກໍຄືການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການເຝິກແອບຮໍ່າຮຽນປັບປຸງກໍ່ສ້າງກຳລັງ, ກຽມພ້ອມສູ້ຮົບ, ການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນກິລາກາຍະກຳ, ສິລະປະ-ວັນນະຄະດີ ແລະ ອື່ນໆ.
ສືບຕໍ່ອອກຂ່າວໂຄສະນາໃຫ້ແກ່ເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ, ເປັນຕົ້ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນຊາດ ທີ 2 ທັນວາ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ແລະ ວຽກງານອື່ນໆ ໃຫ້ມີບັນຍາກາດຟົດຟື້ນ, ຕໍ່ເນື່ອງ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ສັງລວມແລ້ວ: ສື່ມວນຊົນລາວ ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໄຊຊະນະລວມ ຂອງການປະຕິວັດ ໂດຍສະເພາະ ພາຍຫຼັງ ພັກປະຊາຊົນປະຕິວັດລາວ ໄດ້ມີແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສໍາຄັນ ໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງ ການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ຂ້າພະເຈົ້າ ໃນນາມຕາງໜ້າກົມໂສະນາອົມຮົມ ທັງເປັນຜູ້ຊີ້ນຳວຽກງານສື່ມວນຊົນກອງທັບ ຂໍອວຍພອນໄຊ ມາຍັງອົງການຈັດຕັ້ງສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ມີສຸຂະພາບແຂງແຮງ, ສືບຕໍ່ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ພ້ອມກັນຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກຢ່າງເປັນຮູບປະທຳ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















