ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-13 11:56:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1246 | ຄວາມນິຍົມ:



ໃນວັນທີ 13 ສິງຫາ 2025 ນີ້, ທີ່ສະໂມສອນ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ຫົວໜ້າການເມືອງ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນວັດທະນະທໍາຊົນເຜົ່າກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ມີໄຊ ວົງພະຈັນ ຫົວໜ້າຫ້ອງການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ, ນັກຮຽນ, ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ຂໍ້ກຳນົດຂອງໂຮງຮຽນຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານ-ນັກຮົບ, ນັກຮຽນ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນ ເຮັດສຳເລັດໜ້າທີ່ວຽກງານຕາມການມອບໝາຍໃຫ້ໄດ້ເປັນຢ່າງດີ, ຈັດຕັ້ງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບຢ່າງເປັນຂະບວນການ, ຈັດຕັ້ງຂະບວນອະນາໄມ, ແຂ່ງຂັນສິລະປະ-ວັນນະຄະດີ, ແຂ່ງຂັນກິລາມວນຊົນພາຍໃນໂຮງຮຽນ, ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາບານເຕະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຊີງຂັນລັດຖະມົນຕີກະຊວງປ້ອງກັນປະເທດ, ນຳພານັກຮຽນເຂົ້າຮ່ວມແຂ່ງຂັນກິລາແຕ່ລະປະເພດ ທີ່ຂັ້ນທີ່ເມືອງຈັດຂຶ້ນ ສາມາດຍາດມາໄດ້ລາງວັນຫຼາຍລາຍການ, ຍ້ອນໄດ້ຮັບການນຳພາ-ຊີ້ນໍາຢ່າງໃກ້ຊິດຈາກ ຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ແລະ ຍ້ອນຄວາມເປັນເອກະພາບ ຂອງຄະພັກ-ຄະນະບັນຊາ, ພະນັກງານສະມະຊິກພັກ-ນັກຮົບ ແຕ່ລະສະຫາຍ ມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ, ມີແບບແຜນວິທີການເຮັດວຽກ, ມີຄວາມເປັນແບບຢ່າງນຳໜ້າ, ສຶກສາອົບຮົມນ້ອງນ້ອຍນັກຮຽນຢ່າງເລິກເຊິງ-ແທດເໝາະກັບສະພາບເງື່ອນໄຂຄວາມຈິງຂອງກົມກອງ. ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2025 ຈະສືບຕໍ່ປັບປຸງບູລະນະການຈັດຕັ້ງ, ແຕ່ລະຂັ້ນ ໃຫ້ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ປັບປຸງການຮຽນ-ການສອນ ເຮັດໃຫ້ນັກຮຽນດີ-ຮຽນເກັ່ງ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີອຸດົມການປະຕິວັດ, ມີຄຸນສົມບັດສິນທຳປະຕິວັດ ເຮັດໃຫ້ໂຮງຮຽນເປັນບ່ອນກໍ່ສ້າງພະນັກງານສືບທອດປ່ຽນທີ່ດີ ແລະ ເປັນພະນັກງານສືບທອດທີ່ມີຄຸນນະພາບໃຫ້ແກ່ພັກ-ລັດ ກໍຄືກອງທັບ ພ້ອມທັງສ້າງໃຫ້ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປັນໂຮງຮຽນທີ່ມີແບບແຜນທັນສະໄໜ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ