ຄະນະປະສານງານກອງພົນທີ 3 ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025
ເວລາອອກຂ່າວ: 2025-08-13 10:56:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1285 | ຄວາມນິຍົມ: ![]()
ໃນວັນທີ 12 ສິງຫາ 2025 ນີ້, ຢູ່ທີ່ຫ້ອງປະຊຸມ ຫ້ອງການ ກອງພົນທີ 3 ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະປະສານງານກອງພົນທີ 3 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີບັນດາຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາໄບ ເພັດລໍຄໍາ ຫົວໜ້າພະແນກໄອຍະການ ກອງພົນທີ 3 ໄດ້ຜ່ານບົດສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະປະສານງານກອງພົນທີ 3, ໃນການເຄື່ອນໄຫວໃນໄລຍະຜ່ານມາ, ໂດຍພາຍໃຕ້ການຊີ້ນຳ ຂອງຄະນະພັກ-ຄະນະບັນຊາກອງພົນທີ 3 ຄະນະປະສານງານໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ຊີ້ນໍາ 4 ພະແນກການຄື: ປ້ອງກັນພາຍໃນ, ກວດກາ, ໄອຍະການ, ພະແນກກົດໝາຍ ເຄື່ອນໄຫວເຮັດວຽກວິຊາສະເພາະ ຕາມພາລະບົດບາດຂອງຕົນເປັນປົກກະຕິ ໃນນີ້, ເກັບກຳສະຖິຕິໃນທົ່ວກອງພົນທີ 3 ໃນ 6 ເດືອນຕົ້ນປີ 2025 ສັງລວມໄດ້ວ່າ ບັນດາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາເກີດຂຶ້ນ ມີຄື: ຄະດີອຸບັດຕິເຫດ, ຄໍາຮ້ອງຂໍຢ່າຮ້າງ, ປະລະໜ້າທີ່, ແຕ່ງງານບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການພົວພັນສິ່ງເສບຕິດ, ລົງສື່ອອນລາຍ, ການທຳຮ້າຍຮ່າງກາຍ, ການຊື້-ຂາຍຊັບຢ່າງຜິດກົດໝາຍ, ການສໍ້ໂກງຊັບ, ການບໍ່ປະຕິບັດຂໍ້ກຳນົດຂອງກອງທັບ, ການທໍາມິດສະຈານ; ພະແນກກົດໝາຍ ໄດ້ປະສານສົມທົບກັບ ຄະນະພັກ-ຄະນະບັນຊາກອງພົນ, ອົງການ, ກົມກອງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ບັນດາອົງການ, ກົມກອງ 1 ຄັ້ງ ມີ 18 ຫົວໜ່ວຍກົມກອງ, ມີຜູ້ເຂົ້າຮ່ວມທັງໝົດ 820 ເທື່ອຄົນ, ຍິງ 38 ເທື່ອຄົນ; ພະແນກປ້ອງກັນພາຍໃນ ໄດ້ເອົາໃຈໃສ່ສຶກສາອົບຮົມຍົກສູງສະຕິລະວັງຕົວ, ປຸກລະດົມກໍ່ສ້າງຂະບວນການປ້ອງກັນພາຍໃນຢູ່ບັນດາອົງການ, ກົມກອງ; ວຽກງານແກ້ໄຂຄະດີຕ່າງໆ ທີ່ເກີດຂຶ້ນໃນ 6 ເດືອນຜ່ານມາ ຖືກຕ້ອງຕາມຫຼັກການວິຊາສະເພາະ ທັນເວລາຮອບດ້ານ, ພາວະວິໄສ ແລະ ມີຄວາມຍຸຕິທຳ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















