ກອງພັນໃຫຍ່ 302 ກອງພົນທີ 3 ປະກາດການເລື່ອນຊັ້ນ, ປະດັບທຽບຊັ້ນໃຫ້ ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2025-08-13 09:33:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ: ![]()
ວັນທີ 1 ສິງຫາ 2025 ນີ້, ກອງພັນໃຫຍ່ 302 ທີ່ຂຶ້ນກັບກອງພົນທີ 3 ໄດ້ຈັດພິທີປະກາດການເລື່ອນຊັ້ນ, ປະດັບທຽບຊັ້ນໃຫ້ນາຍ ແລະ ພົນທະຫານຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຄືນ ເລີຍຄຳເຢີນ ຮອງເລຂາຄະນະພັກ ,ຫົວໜ້າການທະຫານກອງພັນໃຫຍ່ 302, ມີຄະນະພັກ-ຄະ
ນະບັນຊາກອງພັນໃຫຍ່, ພະແນກການ, ກົມກອງ ພ້ອມດ້ວຍພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ພຸດ ພອນມະນີ ຫົວໜ້າຂະແໜງພະນັກງານກອງພັນໃຫຍ່ 302 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການປະດັບທຽບຊັ້ນໃຫ້ນາຍທະຫານຜູ້ທີ່ຮຽນຈົບວິຊາສະເພາະຈາກໂຮງຮຽນສາຍລັດ ໃນນີ້, ກົມໃຫຍ່ການເມືອງກອງທັບຕົກລົງປະດັບທຽບຊັ້ນ ຂັ້ນຮ້ອຍໂທ ໃຫ້ນາຍທະຫານຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດຢູ່ກອງພັນໃຫຍ່ 302 ຈຳນວນ 4 ສະຫາຍ ແລະ ປະດັບທຽບຊັ້ນ ຂັ້ນຮ້ອຍຕີ ຈຳນວນ 5 ສະຫາຍ.
ຈາກນັ້ນ, ສະຫາຍ ພັນໂທ ຈຸງ ພັນລະສຸກ ຫົວໜ້າຂະແໜງກຳລັງພົນ ກອງພັນໃຫຍ່ 302 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເລື່ອນຊັ້ນ ຂັ້ນສິບເອກຂຶ້ນຊັ້ນວາທີ ຢູ່ກອງພົນທີ 3 ໃນນີ້, ກົມໃຫຍ່ເສນາທິການກອງທັບ ຕົກລົງເລື່ອນຊັ້ນຂັ້ນສິບເອກ ຂຶ້ນຊັ້ນວາທີ ຢູ່ກອງພັນໃຫຍ່ 302 ຈຳນວນ 3 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກອງພັນໃຫຍ່ 302 ວ່າດ້ວຍ
ການສັ່ງຖອດພະນັັກງານວິຊາສະເພາະຢູ່ກອງພັນມາຊ່ວຍວຽກຢູ່ບາງພະແນກການ, ກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 302 ຈຳນວນໜຶ່ງພ້ອມນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກອງ ພົນທີ 3 2025 ວ່າດ້ວຍ ການແຕ່ງຕັ້ງຜູ້ສັ່ງການເອກຂັນ III ຢູ່ກອງພັນໃຫຍ່ 302 ຕື່ມອີກ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















