ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານ 3 ດີ ຢູ່ກົມປະກັນສັງຄົມ
ເວລາອອກຂ່າວ: 2025-08-13 09:32:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 724 | ຄວາມນິຍົມ: ![]()
ວັນທີ 12 ສິງຫາ 2025, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ລົງຊຸກຍູ້ວຽກງານ 3 ດີ ຢູ່ກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ພອນສຸກ ກັນຍາວົງ ຮອງຫົວໜ້າກົມປະກັນສັງຄົມ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນຕີ
ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີຄະນະໜ່ວຍ-ຫົວໜ້າຈຸສະຫະ
ພັນແມ່ຍິງ, ພາຍໃນກົມເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ລົງທະສິນ ສີນະຫວັດ ຮອງເລຂາສະຫະພັນແມ່ຍິງກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ, ໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວວາງອອກ, ເຊິ່ງໄລຍະຜ່ານມາເອື້ອຍນ້ອງແມ່ຍິງໃນໜ່ວຍມີຄວາມໜັກແໜ້ນທາງດ້ານການເມືອງ- ແນວຄິດ ແລະ ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມບຸກບືນເຮັດສຳເລັດໜ້າທີ່ການເມືອງຂອງຕົນຕາມແຜນພັດທະນາ (8 ແຜນງານ 15 ໂຄງການ) ຂອງໜ່ວຍສະຫະພັນແມ່ຍິງກົມປະກັນສັງຄົມຮັບຮອງເອົາ ແລະ ໄດ້ມີຜົນສຳເລັດເລື້ອຍໆມາ, ໜ່ວຍສະຫະພັນແມ່ຍິງກົມປະກັນສັງຄົມພວກເຮົາ ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ພາຍໃຕ້ທິດຊີ້ນຳຕາມເນື້ອໃນ ແລະ ກົດລະບຽບຂອງ
ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ກໍຄືຂອງຫ້ອງການສະຫະພັນແມ່ຍິງກອງທັບ ແລະ ສູນກາງສະຫະພັນແມ່ຍິງລາວ ວາງອອກໃນແຕ່ລະໄລຍະ ໂດຍຜ່ານການເຫັນດີເປັນເອກະພາບຂອງຄະນະພັກ-ຄະນະບັນຊາຂອງກົມກອງ, ເຊິ່ງດຳເນີນຕາມ 4 ບາດກ້າວຂອງຂະບວນຂໍ້ແຂ່ງຂັນ 3 ດີ ຄືດັ່ງນີ້: ບາດກ້າວທີ 1: ການກະກຽມວາງແຜນ ແລະ ການເຜີຍແຜ່ເຊື່ອມຊຶມ, ບາດກ້າວທີ 2: ການເປີດຂະບວນການຂໍ້ແຂ່ງຂັນ 3 ດີ, ບາດກ້າວທີ 3: ການຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ບາດກ້າວທີ 4: ສະຫຼຸບຕີລາຄາປະເມີນຜົນ ແລະ ຍ້ອງຍໍ, ຈາກຜົນງານທີ່ສ້າງມານັ້ນສາມາດຄັດເລືອກໄດ້ແມ່ຍິງ 3 ດີລະອຽດຄືດັ່ງນີ້: ພົນລະເມືອງດີ ຈຳນວນ: 45 ສະຫາຍ, ພັດທະນາດີ ຈຳນວນ: 45 ສະຫາຍ, ສ້າງຄອບຄົວດີ ຈຳນວນ: 45 ສະຫາຍ, ບຸກຄົນ 3 ດີ ປະເພດ I ຈຳນວນ: 45 ສະຫາຍ, ບຸກຄົນຕົວແບບ ຈຳນວນ 24 ສະຫາຍ, ຄອບຄົວຕົວແບບຈຳນວນ 7 ສະຫາຍ, ໜ່ວຍ 3 ດີ ຈຳນວນ 1 ຫົວໜ່ວຍ, ກົມກອງຊີ້ນຳ-ນຳພາດີເດັ່ນ ຈຳນວນ 1 ກົມກອງ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















