ເຫຼົ່າຮົບຕີພິເສດ ສ້າງຂະບວນການ ແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2025-08-13 09:30:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ: ![]()
ໃນວັນທີ 8 ສິງຫາ 2025 ນີ້, ເຫຼົ່າຮົບຕີພິເສດ ໄດ້ສ້າງຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໄດ້ຈັດຂຶ້ນ ທີ່ເດີນກິລາກອງພັນ 425, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງດຳ ດວງດາລາ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ, ໂຮງ ຮຽນ 303, ກອງພັນໃຫຍ່ 497, ກອງພັນ 425, ກອງພັນ 415 ແລະ ຄະນະຮັບຜິດຊອບຕະຫຼອດຮອດນັກກິລາທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳເຟືອງ ໄຊຍະລາດ ຮອງຫົວໜ້າພະແນກຈັດຕັ້ງ ກົມ 49 ໄດ້ຜ່ານແຜນການເປີດຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນ
ໂອກາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເພື່ອເປັນການສ້າງບັນຍາກາດປຸກລະດົມແນວຄິດ-ການເມືອງໃຫ້ນາຍ ແລະ ພົນທະຫານໃນທົ່ວກົມກອງເຫຼົ່າຮົບຕີພິເສດ ອ້ອມຂ້າງກົມ 49 ໃນຂອບເຂດໃຈກາງໃຫ້ມີແນວຄິດບຸກບືນຫ້າວຫັນໃຫ້ມີຄວາມເບີກບານມ່ວນຊື່ນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຮັກສາໄດ້ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ພ້ອມທັງແນໃສ່ການເຝິກຝົນກຳລັງແຮງກາຍຂອງນາຍ ແລະ ພົນທະຫານໃນກົມກອງໃຫ້ມີສຸຂະພາບແຂງແຮງ ແລະ ເປັນການກວດກາຄັດເລືອກນັກກິລາຂອງເຫຼົ່າຮົບຕີພິເສດ ເພື່ອເປັນຕົວແທນເຂົ້າຮ່ວມງານແຂ່ງຂັນ ກິລາກາຍຍະກຳທີ່ຂັ້ນເທິງຈັດຂຶ້ນ ແລະ ເຄື່ອນໄຫວແລກປ່ຽນບົດຮຽນກັບບັນດາກົມກອງເພື່ອນ ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ມີແຕ່ລະປະເພດກິລາຄື: ກິລາບານເຕະ, ກິລາບານສົ່ງ, ກິລາ ເປຕັງປະສົມຍິງ-ຊາຍ ແລະ ກິລາແລ່ນເປົາຍິງ-ຊາຍ
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















