ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ພະຈິກ 2025

  

ໂຮງໝໍສູນກາງ 103 ກອງທັບ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX
ເວລາອອກຂ່າວ: 2025-08-01 13:35:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1601 | ຄວາມນິຍົມ:



ວັນທີ 31 ກໍລະກົດ ຜ່ານມານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ພະແນກການ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ທົ່ວໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ໄພສີ ແກ້ວອຸດອນ ຫົວໜ້າພະແນກສະຫະພັນແມ່ຍິງ ໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ວ່າ: ກອງປະຊຸມໄດ້ຮັບຮອງເອົາເນື້ອໃນສຳຄັນຫຼາຍບັນຫາທີ່ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງໃນທົ່ວກອງທັບ ໃຫ້ມີທ່າກ້າວຂະຫຍາຍຕົວຍິ່ງໆ ຂຶ້ນ ໃນນີ້, ກອງປະຊຸມໄດ້ຕົກລົງຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ສະຫຼຸບຕີລາຄາຢ່າງພາວະວິໄສ ຕໍ່ຜົນງານການເຄື່ອນໄຫວຂອງຄະນະນໍາແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ມີຜົນສໍາເລັດເປັນກ້າວໆ ເຊິ່ງຜົນສໍາເລັດດັ່ງກ່າວ ໄດ້ຢັ້ງຢືນເຖິງການປະກອບສ່ວນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຮັບຮອງເອົາທິດທາງແຜນການ ຂອງະຫະພັນແມ່ຍິງທົ່ວກອງທັບໃນໄລຍະ 5 ປີ ຕໍ່ໜ້າ, ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງກອງທັບ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີ ຕໍ່ໜ້າ (2026-2030), ຮັບຟັງການປະກອບຄໍາເຫັນຂອງອົງການພາຄີ, ຄະນະພັກ-ຄະນະບັນຊາ, ຄະນະນໍາສະຫະພັນແມ່ຍິງ ໃນການເຄື່ອນໄຫວວຽກງານຮອບດ້ານ ແລະ ບັນດາຕົວແບບດ້ານຕ່າງໆ, ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງ ເຊິ່ງເປັນເຂັມຊີ້ທິດເຍືອງທາງ ເປັນຄະຕິເຕືອນໃຈ ທັງເປັນການມອບໝາຍໜ້າທີ່ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງທົ່ວກອງທັບ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃນຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ແລະ ຮຽກຮ້ອງມາຍັງຄະນະນໍາສະຫະພັນແມ່ຍິງທຸກຂັ້ນ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ສະມາຊິກສະຫະພັນແມ່ຍິງ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບເຂົ້າຮ່ວມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ຕັ້ງໜ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃນການພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ, ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ເຂົ້າໃນການດໍາລົງຊີວິດ, ການພົວພັນຄອບຄົວ ແລະ ສັງຄົມ ເພື່ອສ້າງໃຫ້ຄອບຄົວໄດ້ຮັບການພັດທະນາມີຄວາມອົບອຸ່ນ ແລະ ມີຄວາມສຸກ ທັງນີ້, ເພື່ອເປັນການຍົກສູງບົດບາດການນຳພາ-ບັນຊາ ເຂົ້າໃນໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກຂັ້ນ ຈົ່ງຍົກສູງບົດບາດການນຳພາໃນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເອົາໃຈໃສ່ປັບປຸງການດຳລົງຊິວິດ ແລະ ມີທັດສະນະແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຂອງກົມກອງ ໂດຍກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ປະປຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ໃຫ້ມີຄວາມໜັກແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນແໜ້ນແຟ້ນປະຕິບັດລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງບຸກຄົນຮັບພິຊອບ ແລະ ຍົກສູງສະຕິຄວາມເປັນເຈົ້າການຂອງຕົນຢ່າງຕັ້ງໜ້າ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ພ້ອມກັນພັດທະນາກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ໂດຍ: ຕຸ້ຍ ອິນທະວົງ ພາບໂດຍ: ເລີດວິໄລ ວົງຈໍາປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ