ຫ້ອງການ ກົມໃຫຍ່ການເມືອງກອງທັບ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-01 13:29:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1843 | ຄວາມນິຍົມ: ![]()
ໃນວັນທີ 1 ສິງຫາ 2025 ນີ້, ຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກພະແນກການ ພ້ອມດ້ວຍພະນັກງານ ທົ່ວຫ້ອງການ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ, ຈັດຕັ້ງພະນັກງານເຂົ້າຮ່ວມບັ້ນອົບຮົມການເມືອງ-ແນວຄິດ ຂອງກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025, ໄດ້ຈັດຕັ້ງດໍາເນີນຊີວິດການເມືອງຂອງຈຸພັກ ແລະ ໜ່ວຍເປັນປົກກະຕິ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 4 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 3 ສະຫາຍ, ມີສະມາຊິກພັກສົມບູນທັງໝົດ 43 ສະຫາຍ, ຍິງ 14 ສະຫາຍ, ຈັດປະເພດສະມາຊິກພັກແຂງ 100% ແລະ ໜ່ວຍພັກແຂງຮອບດ້ານ ທັງໄດ້ປະຕິບັດລະບອບຮັບເອກະສານຂາເຂົ້າ-ຂາອອກ ຜ່ານປະຕູດຽວຢ່າງເຂັ້ມງວດ, ຮັກສາໄດ້ຄວາມລັບຂອງເອກະສານ ແລະ ຮັບປະກັນເອກະສານບໍ່ໃຫ້ຕົກເຮ່ຍເສຍຫາຍ ໃນນີ້, ຮັບເອກະສານຂາເຂົ້າ ຂອງກົມໃຫຍ່ການເມືອງກອງທັບ ໄດ້ 5.652 ສະບັບ, ຂາອອກຂອງກົມໃຫຍ່ການເມືອງກອງທັບ ໄດ້ 5.001 ສະບັບ, ເອກະສານຂາເຂົ້າຫ້ອງການ ໄດ້ 1.024 ສະບັບ, ຂາອອກຂອງຫ້ອງການ ໄດ້ 879 ສະບັບ, ໄດ້ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມໃນທຸກຂະບວນການທີ່ຫ້ອງການ ແລະ ຂັ້ນເທິງຈັດຂຶ້ນຢ່າງຕໍ່ເນື່ອງ ພ້ອມນັ້ນ, ຫ້ອງການ ຍັງຫາລາຍໄດ້ຈາກການຂາຍປາ 12.021.000 ກີບ ແລະ ເກັບຄ່າບໍລິການຈາກເຮືອນຮັບຕ້ອນ ຂອງກົມໃຫຍ່ການເມືອງກອງທັບ ໄດ້ 53.200.000 ກີບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຫຼາຍບັນຫາທີ່ສໍາຄັນ ເພື່ອເປັນທິດນໍາໃນການວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງການ ກົມໃຫຍ່ການເມືອງກອງທັບ ໃຫ້ໄດ້ຮັບໝາກຜົນດີ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















