ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 10 ທັນວາ 2025

  

ກອງປະຊຸມສະຫຼຸບຕີລາຄາການນຳພາ ປະຈຳ 6 ເດືອນຕົ້ນປີ 2025 ຂອງຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-08-01 13:27:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1726 | ຄວາມນິຍົມ:



ກອງປະຊຸມ ສະຫຼຸບຕີລາຄາການນໍາພາ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ໄຂຂຶ້ນໃນວັນທີ 31 ກໍລະກົດ ຜ່ານມານີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດສະຫຼຸບການນຳພາຈັດຕັ້ງປະຕິບັດທຸກຂົງເຂດວຽກງານ ຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2025 ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກຈັດຕັ້ງພັກ, ພະນັກງານ, ວຽກງານໂຄສະນາສຶກສາອົມຮົມການເມືອງ-ນໍາພາແນວຄິດເປັນກົກ ແລະ ເປັນວຽກງານທີ່ສຳຄັນຢູ່ແຖວໜ້າ ເພື່ອສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິບັດ, ມີສະຕິຕອບຕ້ານຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ກໍຄືກົມກອງວາງອອກຢ່າງເຂັ້ມງວດ, ຄຽງຄູ່ກັບແບບແຜນວິທີເຮັດວຽກ ແລະ ການເຝິກຝົນຫຼໍ່ຫຼອມຕົນເອງ ໂດຍຖືເອົາວຽກງານອົບຮົມ-ຫັດແອບທາງດ້ານ ການທະຫານ-ການເມືອງ, ວິຊາສະເພາະ ແລະ ພາສາຕ່າງປະເທດ ເພື່ອເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ຈັດຕັ້ງກໍາລັງປ້ອງກັນທີ່ຕັ້ງ ເຮັດໜ້າທີ່ເວນຍາມ, ເຄື່ອນໄຫວກວດກາສາລະເວຕາມຂອບເຂດຄວາມຮັບຜິດຊອບຂອງກົມກອງ ໃຫ້ມີຄວາມສະຫງົບ, ປະຕິບັດລະບົບປະຈໍາການຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງ, ຮາກຖານປະຊາຊົນ ຕາມບ້ານ, ກຸ່ມບ້ານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ດ້ານຕ່າງໆ ພ້ອມນັ້ນ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ພະນັກງານ-ນັກຮົບ ແກ້ໄຂຊິວິດການເປັນຢູ່ ຈາກການປູກຝັງ-ລ້ຽງສັດ ໂດຍຖືເອົາວຽກງານ 4 ປູກ 4 ລ້ຽງ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນໄລຍະ 6 ເດືອນຜ່ານມາ, ໄດ້ຮັບເຄື່ອງປະຈໍາປີ 2024 ນໍາກົມວິຊາສະເພາະ ຈໍານວນ 2.881 ຊຸດ, ຮັບເຂົ້າ-ຈ່າຍເຂົ້າ 15.762 ກິໂລກຣາມ, ຊີ້ນ-ປາ 2.351 ກິໂລກຣາມ, ພືດຜັກ-ໝາກໄມ້ 3.480 ກິໂລກຣາມ, ໄຂ່ໄກ່ 205 ແຕະ ສາມາດຮັບປະກັນເຄື່ອງນຸ່ງຫົ່ມ, ເຂົ້າກິນກຸ້ມຕົນເອງໄດ້, ມີການຮັບ-ເບີກຈ່າຍຄົບຖ້ວນ, ທັນເວລາ ແລະ ມີຄຸນນະພາບ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ ເພື່ອພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ແຜນການ 6 ເດືອນທ້າຍປີ 2025 ໃຫ້ເປັນຮູບປະທໍາຕົວຈິງ ແລະ ສໍາເລັດຕາມແຜນການທີ່ວາງໄວ້. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງນາຍ ແລະ ພົນທະຫານ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສ້າງໄດ້ໃນ 6 ເດືອນຜ່ານມາ ພ້ອມທັງ, ນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ບັນດາຫົວໜ່ວຍກົມກອງທີ່ຂຶ້ນກັບ ສືບຕໍ່ນໍາພາ-ຊີ້ນໍາກົມກອງ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ກໍຄືກົມກອງວາງອອກ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິດບັດໜ້າທີ່ການເມືອງຂອງຕົນໃຫ້ເກີດດອກອອກຜົນ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານໃຫ້ໜັກແໜ້ນເຂັ້ມແຂງ, ກໍາແໜ້ນໜ້າທີ່ການເມືອງຂອງຕົນ ກໍຄືກົດໝາຍ ຂອງພັກ-ລັດ ແລະ ຂອງກອງທັບວາງອອກໃນແຕ່ລະໄລຍະ, ປັບປຸງກໍ່ສ້າງແບບແຜນວິທີເຮັດວຽກ, ກຽມພ້ອມເຮັດສໍາເລັດທຸກໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ. ໂດຍ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ