ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 10 ທັນວາ 2025

  

ກອງພັນໃຫຍ່ 703 ສະຫຼຸບວຽກງານປ້ອງພາຍໃນ 5 ປີ
ເວລາອອກຂ່າວ: 2025-08-01 10:31:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1750 | ຄວາມນິຍົມ:



ໃນວັນທີ 31 ກໍລະກົດ ຜ່ານມານີ້, ກອງພັນໃຫຍ່ 703 ໄດ້ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໂດຍເປັນປະທານ ຂອງສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ຫົວໜ້າການເມືອງ ກອງພັນໃຫຍ່ 703, ມີສະຫາຍ ພັນໂທ ສີຫາ ແກ້ວວົງສາ ຮັກສາການຮອງຫົວໜ້າພະແນກປ້ອງກັນພາຍໃນ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ພົງລຳໄພ ພັນທະວົງ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 703 ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປ້ອງກັນພາຍໃນ ໄລຍະ 5 ປີ ຍົກໃຫ້ເຫັນ ໃນຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 703 ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາບັນດາກົມກອງທີ່ຂຶ້ນກັບ ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນພາຍໃນ ຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງເປັນຢ່າງດີ ເປັນຕົ້ນ ໄດ້ນຳເອົາບັນດາມະຕິ, ຂໍ້ກຳນົດ, ກົດລະບຽບຂອງຂັ້ນເທິງວາງອອກ, ເອກະສານຕ້ານສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານຂໍ້ກຳນົດວຽກງານປ້ອງກັນພາຍໃນກອງທັບ, ເອກະສານພາລະບົດບາດ, ສິດ, ໜ້າທີ່ ວຽກງານປ້ອງກັນພາຍໃນກອງທັບ, ເອກະສານເພີ່ມທະວີວຽກງານປ້ອງກັນພາຍໃນໄລຍະໃໝ່ ແລະ ເອກະສານອື່ນໆ ອີກຈຳນວນໜຶ່ງ ຈັດຕັ້ງເຜີຍແຜ່ຢູ່ບັນດາກົມກອງ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ ພ້ອມນັ້ນ, ຍັງໄດ້ຊີ້ນຳວຽກງານຕີລາຄາແບ່ງປະເພດການເມືອງພາຍໃນ ປະຈຳປີ, ວຽກງານກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ, ວຽກງານປ້ອງກັນເປົ້າໝາຍ, ຄຸ້ມຄອງຊີວະປະຫວັດ ແລະ ການເຄື່ອນໄຫວ ຂອງພະນັກງານ-ນັກຮົບພາຍໃນກົມກອງ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຢູ່ໃນກົມກອງ ໃນໄລຍະ 5 ປີຜ່ານມາ, ມີເຫດການທີ່ເກີດຂຶ້ນຢູ່ກົມກອງມີ 29 ເລື່ອງ ໃນນັ້ນ, ໄດ້ດຳເນີນຄະດີສືບສວນ-ສອບສວນ 3 ເລື່ອງ, ອອກຄໍາສັ່ງເປີດການສືບສວນ-ສອບສວນ 1 ເລື່ອງ, ໂຈະການດຳເນີນຄະດີສືບສວນ-ສອບສວນ 2 ເລື່ອງ, ຊັດມ້ຽນຄະດີ 1 ເລື່ອງ, ບໍ່ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນ 28 ເລື່ອງ, ມີຜູ້ກະທໍາຜິດ 26 ຄົນ, ຂັ້ນນາຍທະຫານ 7 ຄົນ, ພົນທະຫານ 19 ຄົນ, ເສຍຊີວິດ 1 ຄົນ ຊັ້ນຮ້ອຍໂທ (ເກີດອຸບັດຕິເຫດ). ພ້ອມນັ້ນ, ໃນກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນກົມກອງປອດໃສ ປອດໄພ ປອດຄະດີ ໃຫ້ຈໍານວນ 16 ກົມກອງ ຢ່າງສົມກຽດ ໂດຍການມອບ ຂອງສະຫາຍ ພັນເອກ ເພັງຄໍາສຸກ ຂຸນສັກດາ. ຈາກນັ້ນ, ຍັງໄດ້ຜ່ານທິດທາງແຜນປີ 2026-2030 ແລະ ພ້ອມກັນຈັບມື ເພື່ອຮັບຮອງເອົາຂໍ້ແຂ່ງຂັນ ກົມກອງປອດໃສ ປອດໄພ ປອດຄະດີ ຕື່ມອີກ. ໃນໂອກາດນີ້, ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງມາໄດ້ ແລະ ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ ແລະ ມີເນື້ອໃນຢ່າງເລິກເຊິ່ງ ເຮັດໃຫ້ເຂົາເຈົ້າມີແນວຄິດຫຼັກໝັ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮູ້ຈຳແນກ ມິດ ແລະ ສັດຕູ ຢ່າງຈະແຈ້ງ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ໂດຍປະສານສົມທົບກັບກົມກອງເພື່ອນຢ່າງສະໜິດແໜ້ນ ເພື່ອຕິດຕາມເປົ້າໝາຍກຸ່ມຄົນບໍ່ຫວັງດີ ແລະ ຕໍ່ຕ້ານສະກັດກັ້ນ ພ້ອມທັງແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນເວລາ ແລະ ມີປະສິດທິຜົນສູງ. ໂດຍ: ກອງສີ ຈັນເມືອງຊຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ