ຖືເອົາຂະບວນການຕ່າງໆ ຂອງກົມກອງ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-08-01 09:17:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1222 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 605 ໄດ້ໃຫ້ສຳພາດຕໍ່ນັກ ຂ່າວໜັງສືພິມກອງທັບ ວ່າ: ເພື່ອເປັນການຂ່ຳນັບຮັບຕ້ອນກອງປະ ຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ກົມ ກອງພວກເຮົາແມ່ນໄດ້ສຸມໃສ່ສ້າງຂະບວນການດ້ານຕ່າງໆ ເຊິ່ງມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ຂະບວນການກໍ່ ສ້າງພັກ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຜ່ານມາ ຄະນະພັກກອງພັນໃຫຍ່ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດບັນດາຮາກຖານພັກ ບົນຈິດໃຈເສີມຂະຫຍາຍມູນເຊື້ອຂອງແຕ່ລະໜ່ວຍພັກ ເຮັດໃຫ້ ວຽກງານດັ່ງກ່າວ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຂະບວນກວ້າງຂວາງ ກາຍເປັນສະຕິຄວາມຮັບຜິດຊອບ, ທັງເປັນມາດຖານເພື່ອປະເມີນຄຸນນະພາບ ໃນການຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນຕິດພັນກັບ ການສ້າງກອງ 3 ປອດ, ກອງ ວັດທະນະທຳ-ນັກຮົບວັດທະນະ ທຳ. ໃນປີ 2025 ນີ້, ທົ່ວອົງຄະນະພັກກອງພັນໃຫຍ່ 605 ສາມາດຕີລາຄາຄຸນນະພາບການຈັດຕັ້ງພັກ ແລະ ສະມາຊິກພັກ ຄື: ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 30 ໜ່ວຍພັກ, ສະເໜີຮັບຮອງໃໝ່ 1 ໜ່ວຍພັກ, ສະມາຊິກພັກປະ ເພດແຂງມີ 543 ສະຫາຍ, ກາງ 17 ສະຫາຍ, ຄະນະພັກແຕ່ລະ ຂັ້ນ ໄດ້ເອົາໃຈໃສ່ຊີ້ນຳວຽກງານ ຂະຫຍາຍພັກ ໃຫ້ມີຄຸນນະພາບ, ໄດ້ປະຕິບັດຢ່າງເຂັ້ມງວດຕາມກົດລະບຽບພັກ, ຖືເອົາຄຸນນະ ພາບເປັນກົກ, ສ້າງ ແລະ ເລືອກ ເຟັ້ນເອົາມະຫາຊົນຜູ້ທີ່ດີເດັ່ນໃນຂະບວນວຽກງານຕົວຈິງ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ, ເອົາໃຈໃສ່ສຶກສາອົບຮົມທາດແທ້ຂອງພັກ, ວັດຖຸປະສົງຂອງພັກ ໃຫ້ແກ່ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ຕ້ານ ແລະ ສະກັດກັ້ນການຂະຫຍາຍພັກທີ່ບໍ່ຖືກຕ້ອງ, ເດັດຂາດບໍ່ໃຫ້ຜູ້ທີ່ບໍ່ດີ ເລັດລອດເຂົ້າພາຍໃນພັກ ຢ່າງເດັດຂາດ, ເຊິ່ງໄດ້ເຮັດໃຫ້ຈຳນວນສະມາຊິກພັກເພີ່ມຂຶ້ນ, ຖ້າທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 5,88%, ວຽກງານຄຸ້ມຄອງປ້ອງກັນພັກ ໄດ້ຊີ້ນຳບັນດາຮາກຖານພັກແຕ່ລະຂັ້ນ ຖືສຳຄັນວຽກງານຄຸ້ມຄອງປ້ອງກັນພັກ ເປັນຕົ້ນແມ່ນ ໄດ້ເກັບກຳຊີວະປະຫວັດ, ການເຄື່ອນຍ້າຍຂອງພະນັກງານສະມາຊິກພັກ, ການເສຍເງິນສະຕິພັກ ເຮັດໃຫ້ວຽກງານປ້ອງກັນພັກ-ພະນັກງານ ກາຍເປັນສະຕິຄວາມຮັບຜິດຊອບຂອງທຸກພາກສ່ວນ, ສາມາດຕ້ານ ແລະ ສະກັດກັ້ນໄດ້ປະກົດການຫຍໍ້ທໍ້ພາຍໃນພັກ ເຮັດໃຫ້ພາຍໃນພັກ ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ໄດ້ສືບຕໍ່ເຮັດບັດ-ມອບບັດໃຫ້ສະມາຊິກພັກສົມບູນ, ຊີ້ນຳຄະນະພັກແຕ່ລະຂັ້ນປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກຢ່າງເຂັ້ມງວດ, ທຸກການຈັດຕັ້ງ ລ້ວນແຕ່ມີການນຳພາຂອງພັກ, ໝູ່ມີສະມາຊິກພັກນຳພາ, ໝວດມີຈຸພັກ, ກອງຮ້ອຍມີໜ່ວຍພັກ, ກອງພັນມີຮາກຖານພັກ ແລະ ໄດ້ຈັດຕັ້ງດຳເນີນຊີວິດການເມືອງພາຍໃນພັກ ເປັນປົກກະຕິ.
ນອກນີ້, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ຍັງໄດ້ເອົາ ໃຈໃສ່ຕໍ່ຂະບວນການອົບຮົມ-ຫັດແອບຮ່ຳຮຽນ ແລະ ປັບປຸງລະບຽບແບບແຜນ, ຊີ້ນຳການ ຈັດຕັ້ງປະຕິບັດແຜນການອົບ ຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ຫັດແອບຍິງລູກປືນແທ້, ຫັດແອບກິລາການທະຫານ, ກິລາມວນຊົນ ເພື່ອເຂົ້າຮ່ວມແຂ່ງຂັນໃນໂອກາດວັນສຳຄັນຕ່າງໆ, ຫັດແອບຍຸດທະວີທີ ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ, ຈັດຕັ້ງກຳລັງພົນ, ພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ ເຂົ້າຮ່ວມສວນ ສະໜາມສະແດງກຳລັງ ໃນໂອ ກາດສະເຫຼີມສະຫຼອງວັນສຳຄັນຕ່າງໆ ແລະ ໄດ້ປັບປຸງລະບຽບແບບແຜນຕາມຂໍ້ກຳນົດ 7 ລະ ບອບ 18 ວຽກ, ເຄົາລົບທຸງປະ ຈຳອາທິດ, ປະຈຳເດືອນ, ໄຕມາດ, ກວດກາລະບຽບການນຸ່ງ ຖືຂອງພະນັກງານ-ນັກຮົບ, ລະ ບຽບເຮືອນນອນຂອງບັນດາກົມກອງ, ເມື່ອໄດ້ຮັບຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ກໍຄື ກະຊວງປ້ອງກັນປະເທດ, ກອງພັນໃຫຍ່ຂອງພວກເຮົາ ກໍໄດ້ຈັດຕັ້ງກຳລັງເຂົ້າຮ່ວມ, ໄດ້ຄັດເລືອກພະນັກງານ-ນັກຮົບຜູ້ ທີ່ມີສຸຂະພາບແຂງແຮງດີ, ມີມາດຖານເງື່ອນໄຂຄົວຖ້ວນ ເພື່ອເຂົ້າຮ່ວມຂະບວນການດັ່ງກ່າວ ແລະ ໄດ້ຈັດຕັ້ງອົບຮົມ-ຫັດແອບ ຕາມຕາຕະລາງປະຈຳອາທິດ ເປັນປົກກະຕິ ເພື່ອກະກຽມກ້ອນສວນສະໜາມ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໄປພ້ອມກັນນີ້, ຍັງໄດ້ສ້າງຂະບວນການກິລາ, ສິລະປະ-ວັນນະຄະດີ ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້ພະນັກງານ-ນັກຮົບ ໃຫ້ມີສະຕິຕື່ນຕົວເຂົ້າຮ່ວມຂະບວນການຂອງກົມກອງ ໂດຍສະເພາະ ຂະບວນການກິລາ, ສິລະປະ-ວັນ ນະຄະດີ ທີ່ກົມກອງ ແລະ ພາກ ສ່ວນຕ່າງໆ ຈັດຂຶ້ນ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ມີສຸ ຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ມີຈິດໃຈຫ້າວ ຫັນປະຕິວັດ, ແຕ່ລະອາທິດ, ປະ ຈຳເດືອນ, ປະຈຳໄຕມາດ ໄດ້ມີການຈັດຕັ້ງສ້າງຂະບວນກິລາ, ສິລະປະ-ວັນນະຄະດີ ເພື່ອຄັດເລືອກເອົານັກກິລາ, ນັກຮ້ອງສຽງດີສະໝັກຫຼິ້ນ, ຂັບລຳທ້ອງ ຖິ່ນ ທີ່ມີພອນສະຫວັນ ໄປເຂົ້າຮ່ວມຂະບວນການແຂ່ງຂັນທີ່ຂັ້ນ ເທິງຈັດຂຶ້ນ. ດ້ານຂະບວນການ ອອກແຮງງານ ເພີ່ມພູນຜະລິດ ຜົນເພື່ອແກ້ໄຂຊີວິດການເປັນຢູ່ ນອກຈາກໄດ້ເອົາໃຈໃສ່ວຽກງານຄຸ້ມຄອງການຮັບ ແລະ ເບີກຈ່າຍລະບອບອັດຕາທີ່ຂັ້ນເທິງສະ ໜອງໃຫ້ ຢ່າງຖືກຕ້ອງແລ້ວ ຍັງໄດ້ຊຸກຍູ້ວຽກງານເພີ່ມພູນຜະ ລິດຜົນ ແກ້ໄຂຊີວິດການເປັນຢູ່ ຂອງກົມກອງໃຫ້ດີຂຶ້ນເປັນກ້າວໆ ຕາມທິດນຳ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ພົ້ນເດັ່ນແມ່ນການບຸກເບີກເນື້ອທີ່ຢູ່ສູນຜະລິດບ້ານປາກງວ້າ ເມືອງເຟືອງ ແຂວງວຽງຈັນ. ປັດຈຸບັນ ຢູ່ສູນຜະລິດມີໜອງປາ 12 ໜອງ, ຄອກງົວຂະໜາດ 12x28 ຈຳນວນ 1 ຫຼັງ, ຄອກຄວາຍຂະໜາດ 5x10 ຈຳນວນ 1 ຫຼັງ, ມີຄວາຍ 17 ໂຕ, ງົວ 60 ໂຕ, ໝູ 25 ໂຕ, ປູກຕົ້ນໄມ້ອຸດສະຫາກຳ 2.000 ຕົ້ນ, ປູກຢາງພາລາ 20.000 ກວ່າຕົ້ນ, ປູກຫຍ້າ 8 ເຮັກຕາ, ປູກມັນຕົ້ນ 30 ກວ່າເຮັກຕາ, ປຸກສ້າງເຮືອນນອນເຄິ່ງຖາວອນ ຂະໜາດ 7x15 ຈຳນວນ 1 ຫຼັງ, ເຮືອນກິນເຂົ້າ 1 ຫຼັງ, ເຮືອນຄົວ, ສາງ, ຫ້ອງນ້ຳ ໃຫ້ພະນັກງານ-ນັກຮົບ ທີ່ປະຈຳຢູ່ສູນດັ່ງກ່າວ.
ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ໃນຕໍ່ໜ້ານີ້, ອົງຄະນະພັກກະຊວງປ້ອງກັນປະເທດ ຈະສືບຕໍ່ລົງໃກ້ຊິດຕິດແທດ ແລະ ຊີ້ນຳ-ນຳພາ ກອງພັນໃຫຍ່ 605 ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ສືບຕໍ່ຊີ້ນຳ-ນຳພາປັບປຸງກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນຕາມທິດ ສ້າງກອງທັບປະຕິວັດ ມີລະບຽບ ແບບແຜນທັນສະໄໝ ແລະ ກາຍ ເປັນອາວຸດທີ່ແຫຼມຄົມຂອງພັກ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















