ບໍລິສັດ 2B CarCare ມອບເຄື່ອງອຸປະກອນກິລາ ໃຫ້ສານທະຫານຂັ້ນສູງ
ເວລາອອກຂ່າວ: 2025-08-01 09:16:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1081 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2025 ນີ້, ບໍລິສັດ 2B CarCare ໄດ້ນຳເອົາເຄື່ອງອຸປະກອນກິລາມາ ມອບໃຫ້ສານທະຫານຂັ້ນສູງ ເນື່ອງໃນໂອກາດວັນສ້າງຕັ້ງສານທະຫານຂັ້ນສູງ ຄົບຮອບ 43 ປີ (13 ກໍລະກົດ 1982-13 ກໍລະກົດ 2025), ໂດຍການ ກ່າວມອບຂອງ ທ່ານ ອານຸສິດ ພົມມະຈັນ ປະທານບໍລິສັດ 2B CarCare ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະ ທານສານທະຫານຂັ້ນສູງ ພ້ອມດ້ວຍຄະນະ.
ເຄື່ອງອຸປະກອນກິລາທີ່ນຳມາມອບ ໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງສຳລັບນັກກິລາ 39 ຊຸດ, ບານເຕະ 2 ໜ່ວຍ, ບານສົ່ງ 2 ໜ່ວຍ, ກະຕໍ້ 2 ໜ່ວຍ ແລະ ຕານ່າງບານສົ່ງ 1 ອັນ ລວມມູນຄ່າທັງໝົດ 10.900.000 ກີບ.
ໂອກາດນີ້, ສະຫາຍ ພັນເອກ ສິງທອງ ຄຳປະເສີດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານບໍລິສັດ 2B CarCare ທີ່ເຫັນໄດ້ຄວາມສຳຄັນຕໍ່ຂະບວນການກິລາຢູ່ກົມກອງພວກເຮົາ ຈຶ່ງໄດ້ນຳເອົາອຸປະກອນກິລາ ມາມອບໃຫ້ໃນຄັ້ງ, ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງຂະບວນການເນື່ອງໃນໂອກາດວັນສ້າງຕັ້ງສານທະຫານຂັ້ນສູງ ຄົບຮອບ 43 ປີ ແລະ ວັນປະ ຫວັດສາດສຳຄັນຂອງພັກ, ຂອງຊາດ ແລະ ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















