ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 07 ມິຖຸນາ 2026

  

ສານ​ທະຫານ​ຂັ້ນ​ສູງ ສະຫຼຸບ​ການເຄື່ອນໄຫວ​ ວຽກ​ງານ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-08-01 09:09:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1060 | ຄວາມນິຍົມ:



ໃນ​ວັນ​ທີ 30 ກໍລະກົດ 2025 ນີ້, ສານ​ທະຫານ​ຂັ້ນ​ສູງ ໄດ້​ຈັດ​ກອງ​ປະຊຸມ ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພັນ​ເອກ ສິງ​ທອງ ຄຳ​ປະເສີດ ປະທານ​ສານ​ທະຫານ​ຂັ້ນ​ສູງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ທົ່ວ​ສານ​ທະຫານ​ຂັ້ນ​ສູງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ວິໄລ​ສັກ ແສງ​ສຸລິນ ຫົວໜ້າ​ຫ້ອງການ​ແຜນການ-ສັງ​ລວມ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025 ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ເປັນ​ກົກ ແລະ ເຮັດ​ເປັນ​ປະຈຳ ດ້ວຍ​ຫຼາຍ​ຮູບ​ການ-ວິທີ​ການ ທີ່​ຖືກຕ້ອງ​ເໝາະ​ສົມ​ຕາມ​ທິດ​ຊີ້​ນຳ, ມະຕິ, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ແລະ ເງື່ອນໄຂ ພ້ອມ​ນີ້, ໄດ້​ຈັດ​ຕັ້ງ​ພະນັກງານ​ເຂົ້າ​ຮ່ວມ​ຄົ້ນຄວ້າ​ເຊື່ອມ​ຊຶມ​ເອກະສານ ແນວທາງ​ນະໂຍບາຍ ຂອງ​ພັກ, ມະຕິ, ຄຳ​ສັ່ງ​ຕ່າງໆຂອງ​ຂັ້ນ​ເທິງ, ເຂົ້າ​ຮ່ວມ​ຟັງ​ປາຖະກະຖາ​ມູນເຊື້ອ​ວັນ​ສຳຄັນ​ຕ່າງໆຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ຂອງ​ອົງການ​ຈັດ ມະຫາຊົນ, ຈັດ​ຕັ້ງ​ເປີດ​ກອງ​ປະຊຸມ​ສະຫຼຸບ ປະຈຳ​ໄຕ​ມາດ I ແລະ ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ຢູ່​ໃນ​ກົມ​ກອງ , ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການ​ສ່ອງ​ແສງ​ລາຍ​ງານ​ປະຈຳ​ອາທິດ, ປະຈຳ​ເດືອນ​ປົກກະຕິ ໃນ​ຂັ້ນ​ຄະນະ​ພັກ-ຄະນະ​ບັນຊາ, ຂັ້ນ​ພະ​ແນກ, ອົງ​ການຈັດຕັ້ງ​ມະຫາຊົນ. ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສາມາດ ຕີ​ລາຄາ​ໄດ້​ວ່າ: ພະນັກງານ, ສະມາຊິກ​ພັກ ແລະ ະນັກງານ-ນັກຮົບ​ໃນ​ທົ່ວ​ສານ​ທະຫານ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ມີ​ຄວາມ​ສະຫງົບ, ມີ​ຄວາມ​ຈົງ​ຮັກ​ພັກດີ, ຍອມ​ອຸທິດ​ຕົນ​ເພື່ອ​ພາລະກິດ​ຂອງ​ພັກ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ປະຕິບັດ​ລະບຽບ​ວິໄນຂອງ​ກອງທັບ, ກົດໝາຍ​ຂອງ​ລັດ ໄດ້​ເປັນ​ຢ່າງ​ດີ, ມີ​ຄວາມ​ສາມັກຄີ​ເປັນ​ໜຶ່ງ​ດຽວແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ ທີ່​ພັກ-ລັດ ແລະ ກອງທັບ​ມອບ​ໝາຍ​ໃຫ້. ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ ເພື່ອ​ເຮັດ​ໃຫ້​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ຕື່ມ​ອີກ. ໂອກາດ​ນີ້, ສະຫາຍ​ປະທານ​ກອງ​ປະຊຸມ​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ບັນດາ​ຜົນງານ​ທີ່​ພ້ອມ​ກັນ​ສ້າງ​ໄດ້​ໃນ​ໄລຍະ​ຜ່ານ​ມາ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ພ້ອມ​ນີ້, ສະຫາຍ​ປະທານ​ໄດ້​ຫວນ​ຄືນ​ການ​ກຳເນີດ​ເຕີບ​ໃຫຍ່, ມູນເຊື້ອແລະ ຜົນງານຂອງ​ສານ​ທະຫານ ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ສານ​ທະຫານ ຄົບຮອບ 43 ປີ (13 ກໍລະກົດ 1982-13 ກໍລະກົດ 2025). ໂດຍ: ນາງ ໜູ​ແດງ ພົມ​ມະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ