ສື່ມວນຊົນກອງທັບປະຊາຊົນລາວ ແລະ ບໍລິສັດ Viettel Media ແລກປ່ຽນບົດຮຽນ ເພື່ອພັດທະນາວຽກງານສື່ໃນຍຸກດີຈີຕອນ
ເວລາອອກຂ່າວ: 2025-08-01 09:05:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ: ![]()
ຄະນະນັກເຝິກອົບຮົມສື່ມວນຊົນຈາກກອງທັບປະຊາຊົນລາວ ໄດ້ແລກປ່ຽນບົດຮຽນ ດ້ານວຽກງານສື່ກັບ ບໍລິສັດ Viettel Media ກອງທັບປະຊາຊົນຫວຽດນາມ ໃນວັນທີ 30 ກໍລະ ກົດນີ້, ນຳພາໂດຍ ສະຫາຍ ພັນໂທ ນາງ ພັດສະພອນ ຈັນທະວົງ ຫົວໜ້າຄະນະນັກເຝິກອົບຮົມສື່ມວນຊົນກອງທັບປະຊາຊົນລາວ, ມີໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ເລແອັງງ໋ອກ ຮອງອຳນວຍການ ບໍລິສັດ Viettel media ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງ.
ການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນປະ ສົບການກ່ຽວກັບການອອກແບບຜະລິດສະປອດໂຄສະນາໃນຮູບແບບຕ່າງໆ ນັບທັງດ້ານຂ່າວສານ, ສາລະຄະດີ, ບັນເທິງ ແລະ ການຕະຫຼາດດີຈີຕອນ ໂດຍການນຳໃຊ້ເຕັກໂນໂລຢີທີທັນສະໄໝ ເພື່ອໂຄສະນາອອກສື່ສັງຄົມອອນລາຍ ໃຫ້ກວ້າງຂວາງ ແລະ ມີຄຸນນະພາບ. ພ້ອມກັນນັ້ນ ຍັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງກອງທັບລາວ-ຫວຽດນາມ ແລະ ເປັນການພັດທະນາທັກສະທີ່ຈຳເປັນໃນຍຸກດີຈີຕອນ ຂອງສື່ມວນຊົນກອງທັບປະຊາຊົນລາວ ໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການໃນປັດຈຸບັນ. ຈາກນັ້ນ, ຄະນະນັກເຝິກອົບຮົມສື່ມວນຊົນກອງທັບປະຊາຊົນລາວ ຍັງໄດ້ຢ້ຽມຊົມຫ້ອງສະຕູດີໂອ ຂອງບໍລິສັດ Viettel Media ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















