ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ພະ​ແນກ​ເສນາ​ທິ​ການ ສະຫຼຸບ​ຖອດ​ຖອນ​ບົດຮຽນ​ ວຽກ​ງານ​ປ້ອງ​ກັນ​ຊາດ ​ປະຈຳ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-08-01 09:04:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1042 | ຄວາມນິຍົມ:



ວັນ​ທີ 30 ກໍລະກົດ 2025, ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ປ້ອງ​ກັນ​ຊາດ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ວາງ​ທິດ​ທາງແຜນການ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສຸ​ທີ ສີ​ສະອາດ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 202, ມີ​ຂະແໜງ​ການ, ໝວດ​ທີ່​ຂຶ້ນ​ກັບ ຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ໂທ ພົນ ສິດທິ​ພອນ ຫົວໜ້າ​ຂະແໜງ​ບໍລິຫານ-ສັງ​ລວມ ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 202 ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ​ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ທິດ​ທາງ​ແຜນການ ປະຈຳ 6 ເດືອນ​ທ້າຍ​ປີ 2025; ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ເພື່ອ​ປັບປຸງ​ໃນ​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສີນ​ທຳ​ປະຕິວັດ, ມີ​ນ້ຳໃຈ​ຮັກ​ຊາດ, ມີ​ສະຕິ​ຕື່ນ​ຕົວ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ວາງ​ອອກ, ເອົາໃຈ ໃສ່ນຳພາ​-​ຊີ້​ນຳກົມ​ກອງ​ ເຮັດ​ໜ້າທີ່​ຫັນລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ຊີ້​ນຳ​ປະສານ​ສົມທົບ​ແໜ້ນ ລົງ​ໃກ້ຊິດຕິດແທດ​ກັບ​ບັນດາ​ກົມ​ກອງ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ສະພາບ​ແນວ​ຄິດ​ຂອງ​ພະນັກງານ-ນັກຮົບ ແລະ ປະຊາຊົນ​ມີ​ຄວາມ​ສະຫງົບ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ຕື່ນ​ຕົວ​ປະກອບສ່ວນ​ເຮັດ​ວຽກ​ງານ ​ປກສ-​ປກຊ ເຮັດ​ໃຫ້​ຂົງເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ເອົາໃຈໃສ່​ເພີ່ມ​ທະວີ​ລະບອບ​ປະຈຳການ​ຢ່າງ​ເຂັ້ມ​ງວດ; ໂດຍ​ຈັດ​ຕັ້ງ​ຄະນະ​ປະຈຳການ, ສິດ​ປະຈຳການ, ກຳລັງ​ປະຈຳການ ແລະ ພາຫະນະ​ປະຈຳການ ​ຕະຫຼອດ 24 ຊົ່ວໂມງ; ຈັດ​ຕັ້ງ​ກຳລັງ​ສືບ​ຂ່າວ​ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ​ເຄື່ອນ​ໄຫວ​ຕິດຕາມ​ກຳ​ແໜ້ນ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ແກ້​ໄຂ​ບັນຫາ​ປະກົດການ​ຫຍໍ້ ທໍ້ ຂີ້ລັກ​ງັດ​ແງະ, ພົວພັນ​ສິ່ງ​ເສບ​ຕິດ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ​ວັນ​ບຸນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ສະຫາຍ ພັນ​ໂທ ສຸ​ທີ ສີ​ສະອາດ ໄດ້​ຮຽກຮ້ອງ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ເປັນ​ແບບຢ່າງ​ນຳພາ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເອົາໃຈໃສ່​ເຕົ້າໂຮມ​ຄວາມ​ສາມັກຄີ​ໃຫ້​ແໜ້ນ​ແຟ້ນ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ເດັດດ່ຽວ​ຕ້ານ​ທຸກ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ, ສືບຕໍ່​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້ ພະນັກງານ-ນັກຮົບ ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ​ຕໍ່​ທິດ​ຊີ້​ນຳ ແລະ ແຜນການ​ຂອງ​ຂັ້ນ​ເທິງ​ວາງ​ອອກ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ