ຄະນະນັກສຶກສາ ພະນັກງານນໍາພາ-ຄຸ້ມຄອງ ບໍາລຸງວຽກງານ ປກຊ-ປກສ ຊຸດທີ XXI
ເວລາອອກຂ່າວ: 2025-07-31 15:02:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2058 | ຄວາມນິຍົມ: ![]()
ມອບເຄື່ອງອຸປະຖໍາ ໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ໃນວັນທີ 30 ກໍລະກົດ 2025 ນີ້, ຄະນະນັກສຶກສາ ພະນັກງານນໍາພາ-ຄຸ້ມຄອງ ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ ມອບເຄື່ອງອຸປະຖໍາໃຫ້ວິທະຍາຄານ. ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານນໍາພາ-ຄຸ້ມຄອງເຂົ້າຮ່ວມ.
ໃນໂອກາດທີ່ມາສຶກສາຮໍ່າຮຽນ ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄັ້ງນີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າຫ້ອງບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ໄດ້ຕາງໜ້ານັກສຶກສາທັງໝົດ ກ່າວມອບວັດຖຸປັດໄຈ ໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງປະກອບມີ: ກ້ອງຖ່າຍຮູບ 1 ໜ່ວຍ, ຄອມພິວເຕີ ຕັ້ງໂຕະ 5 ຊຸດ, ຄອມພິວເຕີ ໂນດບຸກ 1 ໜ່ວຍ, ເຄື່ອງພິມເອກະສານ ຂາວດໍາ 2 ໜ່ວຍ, ເຄື່ອງພິມເອກະສານ ສີ 1 ໜ່ວຍ, ເຄື່ອງອັດສໍາເນົາເອກະສານ 1 ໜ່ວຍ, ຈັກອັດສີດ 1 ໜ່ວຍ ແລະ ຈັກດູດຝຸ່ນ 1 ໜ່ວຍ ລວມມູນຄ່າທັງໝົດ 123.440.000 ກີບ ເຊິ່ງກ່າວຮັບ ໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຕາງໜ້າຄະນະພັກ-ຄະນະອໍານວຍການ ກໍຄືນາຍ ແລະ ພົນທະຫານ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະແດງຄວາມຍ້ອງຍໍຊົມເຊີຍ, ພ້ອມຕີລາຄາສູງຕໍ່ຄະນະນັກສຶກສາ ພະນັກງານນໍາພາ-ຄຸ້ມຄອງ ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນ ແລະ ປະກອບສ່ວນຊ່ວຍເຫຼືອທາງດ້ານວຽກງານບໍລິຫານ ແລະ ວຽກງານຂ່າວສານ ຂອງວິທະຍາຄານ. ພ້ອມທັງ, ໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາເອົາວັດຖຸດັ່ງກ່າວໄປໜູນໃຊ້ເຂົ້າໃນຂົງເຂດວຽກງານຕົວຈິງ ຂອງວິທະຍາຄານ ໃຫ້ເກີດປະໂຫຍດສູງສຸດ.
ຈາກນັ້ນ, ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ ຄະນະພັກ-ຄະນະອໍານວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກະຊວງສຶກສາທິການ ແລະ ກິລາ, ລັດວິສາຫະກິດໄຟຟ້າລາວ ກັບ ຄະນະນັກສຶກສາ ພະນັກງານນໍາພາ-ຄຸ້ມຄອງ ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອີກດ້ວຍ.
ໂດຍ: ເຂັງພອນ ແກ້ວຄໍາລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















