ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໂອ້ພະນັກງານທີ່ຮຽນຈົບຈາກບັນດາວິທະຍາຄານ ແລະ ໂຮງຮຽນກອງທັບ
ເວລາອອກຂ່າວ: 2025-07-31 14:51:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1740 | ຄວາມນິຍົມ: ![]()
ໃນວັນທີ 30 ກໍລະກົດ 2025 ນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ໂອ້ລົມພະນັກງານທີ່ຮຽນຈົບຈາກບັນດາວິທະຍາຄານ ແລະ ໂຮງຮຽນກອງທັບ, ມີຕາງໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການສຶກສາທີ່ບັນດາສະຫາຍຍາດມາໄດ້, ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ເຄື່ອນໄຫວເຮັດໜ້າທີ່ການເມືອງຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ດຸໝັ່ນຂະຫຍັນພຽນເພີ່ມພູນຜະລິດຜົນ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ພ້ອມກັນກຳແໜ້ນດ້ານທິດສະດີ-ຫຼັກການ, ດ້ານສິລະປະຍຸດ-ຍຸດທະວິທີ, ພາກປະຕິບັດຕົວຈິງ ແລະ ນໍາເອົາບົດຮຽນ ທີ່ຄູ-ອາຈານສົ່ງໃຫ້ ໄປຈັດຕັ້ງປະຕິບັດ ແລະ ພັດທະນາກົມກອງໃຫ້ປະກົດຜົນເປັນຈິງ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















