ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ການຮ່ວມມືຊ່ວຍເຫຼືອທາງດ້ານການແພດຂອງກອງທັບປົດປ່ອຍປະຊາຊົນຈີນ ຕໍ່ກອງທັບລາວ
ເວລາອອກຂ່າວ: 2019-08-05 09:29:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 446 | ຄວາມນິຍົມ:



ສປ ຈີນ ເປັນອີກປະເທດໜຶ່ງ ທີ່ມີຊາຍແດນຕິດຈອດກັບພາກ ເໜືອ ສປປ ລາວ ເຮົາ, ເຊິ່ງມີການ ໄປ-ມາຫາສູ່ກັນຄ້າຂາຍ ແລະ ທ່ອງທ່ຽວຂອງປະຊາຊົນທັງ ສອງຊາດລາວ-ຈີນ ນັບມື້ໄດ້ຮັບ ການຂະຫຍາຍຕົວຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະໃນການ ຮ່ວມມື້ລະຫວ່າງສອງກອງທັບ ລາວ-ຈີນ ກໍມີຫຼາຍດ້ານທີ່ກອງ ທັບປະຊາຊົນລາວ ໄດ້ຮັບການ ຊ່ວຍເຫຼືອຈາກກອງທັບປົດປ່ອຍ ປະຊາຊົນຈີນ. ອັນພົ້ນເດັ່ນແມ່ນ ທາງດ້ານວຽກງານເສນາຮັກ ໂດຍສະເພາະແມ່ນການສ້າງຕຶກ 9 ຊັ້ນຫຼັງທີ 2 ໃຫ້ແກ່ໂຮງໝໍສູນ ກາງ 103 ກອງທັບປະຊາຊົນ ລາວ ເພື່ອເປັນການຮັບປະກັນ ທາງດ້ານສຸຂະພາບໃຫ້ແກ່ການ ນຳພັກ-ລັດ ນາຍ ແລະ ພົນທະ ຫານຕະຫຼອດຮອດປະຊາຊົນ ລາວ ບັນດາເຜົ່າທີ່ເຂົ້າມາຮັກສາປິ່ນປົ່ວຢູ່ໂຮງໝໍດັ່ງກ່າວ. ສະຫາຍ ພັນເອກ ສຸລິພັນ ເພັດ ຈັນທະລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະ ຊາຊົນລາວໃຫ້ຮູ້ວ່າ: ໂຄງການ ກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ ໂຮງໝໍສູນກາງ 103 ກອງທັບປະ ຊາຊົນລາວ ທີ່ກອງທັບປົດປ່ອຍ ປະຊາຊົນຈີນ ໃຫ້ການຊ່ວຍເຫຼືອ ໄດ້ກໍ່ສ້າງ ແລະ ວາງສີລາລຶກ ໃນວັນທີ 27 ພຶດສະພາ 2016 ພ້ອມທັງເລ່ີມລົງມືກໍ່ສ້າງຢ່າງ ຂຸ້ນຂ້ຽວໃນເນື້ອທີ່ທັງໝົດປະ ມານ 24.756 ມ 2 ໂດຍປະກອບ ມີ: ຕຶກປິ່ນປົວພະຍາດລວມ, ຕຶກ ຊ່ຽວຊານຈີນ ແລະ ບັນດາສິ່ງ ອໍານວຍຄວາມສະດວກອື່ນໆທີ່ ປະກອບຢູ່ນອກອາຄານລວມມູນ ຄ່າການກໍ່ສ້າງທັງໝົດ 197 ລ້ານ ຢວນ (ສະກຸນເງິນຈີນ) ມາຮອດ ວັນທີ 31 ທັນວາ 2018 ໄດ້ສຳ ເລັດ ແລະ ມີພິທີມອບ-ຮັບຂຶ້ນ ຢ່າງເປັນທາງການໃນວັນທີ 19 ມັງກອນ 2019 ນີ້, ຢູ່ທີ່ໂຮງໝໍ 103 ກອງທັບປະຊາຊົນ ໂດຍ ການເປັນປະທານຮ່ວມຂອງສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ສະຫາຍ ພົນເອກ ທະ ຫານເຮືອ ແມວຫົວ ຄະນະກໍາ ມະການທະຫານສູນກາງ, ຫົວໜ້າ ກົມວຽກງານການເມືອງກອງ ທັບປົດປ່ອຍປະຊາຊົນຈີນ. ການເປີດໃຊ້ໂຮງໝໍດັ່ງກ່າວ ໃນເບື້ອງຕົ້ນມີ 3 ຊັ້ນຄື: ຊັ້ນທີ 1 ຫາ ຊັ້ນທີ 3 ຈົນມາເຖິງວັນທີ 3 ມິຖຸນາ 2019 ຈຶ່ງເປີດຮັບເອົາ ຄົນເຈັບທັງພາຍໃນ ແລະ ພາຍ ນອກເຂົ້າມາປິ່ນປົວທົ່ວທຸກຊັ້ນ ໃນຈໍານວນ 9 ຊັ້ນ, ລວມທັງໝົດ ມີ 270 ຕຽງນອນ ໃນແຕ່ລະຊັ້ນ ຈະແບ່ງການກວດພະຍາດດັ່ງນີ້: ຊັ້ນ 1 ເປັນຫ້ອງຢາ, ຫ້ອງການ ເງິນ, ຫ້ອງກວດແມ່ ແລະ ເດັກ, ຫ້ອງເອໂກ, ຊັ້ນ 2 ຫ້ອງກວດ ສັງລວມ, ຫ້ອງວິເຄາະ, ຊັ້ນ 3 ຫ້ອງມໍລະສຸມ ແລະ ຊັ້ນ 3A ຫ້ອງ ຟີຊິກ ( ປັກເຂັມ), ຊັ້ນ 4 ຫ້ອງປະ ສູດພະຍາດຍິງ, ຊັ້ນ 5 ຫ້ອງກວດ ໂຜ້ງທ້ອງ, ຊັ້ນ 6 ຫ້ອງກວດກະ ດູກ, ຊັ້ນ 7 ຫ້ອງກວດຫົວໃຈ, ເສັ້ນ ເລືອດ, ຟ້ອກໄຂ່ຫຼັງ, ຊັ້ນ 8 ຫ້ອງ ກວດປະສາດ, ຊັ້ນ 9 ແມ່ນຫ້ອງ ວິໄອພີ. ພ້ອມນີ້ກໍໄດ້ຮັບການປະ ກອບເຄື່ອງມືທີ່ທັນສະໄໝ ເຄື່ອງ DR (ລັງສີ), ເຄື່ອງກວດພະ ຍາດຂອງເພດຍິງ, ເຄື່ອງແຍກທໍ່ ທີ່ໄປຍະບ່ອນທີ່ມີເສັ້ນເລືອດຕີບ ຢູ່ໃນຫົວໃຈ ແລະ ສະໝອງ (ແຕ່ ຍັງບໍ່ທັນໄດ້ເປີດນຳໃຊ້ບໍລິການ) ແລະ ເຄື່ອງມືອື່ນໆທີ່ຈຳເປັນໃນ ການແພດເຂົ້າໃນຕຶກດັ່ງກ່າວ ເພື່ອເປັນການຍົກລະດັບການ ປິ່ນ ປົວພະຍາດໃນວຽກງານການ ແພດຂອງກອງທັບປະຊາຊົນ ລາວໃຫ້ມີປະສິດທິພາບສູງທຽບ ເທົ່າກັບພາກພື້ນ ແລະ ສາກົນ ພ້ອມນີ້ກໍຍັງໄດ້ສະໜອງຊ່ຽວ ຊານທາງດ້ານວິຊາການຕ່າງໆ ຕາມການສະເໜີຂອງໂຮງໝໍສູນ ກາງ 103 ກອງທັບປະຊາຊົນ ລາວ ທີ່ຕ້ອງການມາຊ່ວຍເຝິກ ສອນໃຫ້ແກ່ບຸກຄະລາກອນຂອງ ຕົນໃຫ້ມີຄວາມຊຳນິຊຳນານ, ຊ່ຽວຊານທີ່ມາຊ່ວຍແມ່ນຈະມາ ປະຈຳຢູ່ເປັນເວລາ 6 ເດືອນ ຊຸດ ລະ 8 ສະຫາຍ ຜ່ານມາແມ່ນມີ 1 ຊຸດແລ້ວ ປັດຈຸບັນແມ່ນຊຸດທີ 2 ພ້ອມນີ້ທາງໂຮງໝໍຂອງພວກ ເຮົາກໍໄດ້ສົ່ງພະນັກງານໄປບຳ ລຸງທາງດ້ານວິຊາສະເພາະ ທັງ ໄລຍະສັ້ນ ແລະ ໄລຍະຍາວນຳ ໂຮງໝໍແຮກສ່ຽວຄືໂຮງໝໍຊີຈິງຂອງກອງທັບປ້ອງກັນອາກາດ ປະຊາຊົນຈີນ. ໃນໄລຍະ 2017 ຜ່ານມາ ໂຮງໝໍຊີຈິງ ຂອງກໍໄດ້ມີໂຄງ ການມາກວດສຸຂະພາບຟຣີໃຫ້ ແກ່ນາຍ ແລະ ພົນທະຫານ ລວມ ທັງພໍ່ແມ່ປະຊາຊົນລາວໂດຍ ບໍ່ໄດ້ເສຍຄ່າໃຊ້ຈ່າຍຢູ່ 2 ຈຸດຄື: ຈຸດໜຶ່ງແມ່ນຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ຈຸດທີສອງແມ່ນຢູ່ແຂວງ ຫຼວງນຳ້ທາ, ນອກນີ້ຍັງໄດ້ລົງ ໄປກວດພະຍາດຢູ່ກອງພັນໃຫຍ່ 497, ກອງພັນໃຫຍ່ 11 ແລະ ໂຮງ ຮຽນຊັບພະວິຊາ. ໃນປີ 2018 ທີມ ຄະນະແພດຂອງຈີນໄດ້ສືບຕໍ່ມາກວດສຸຂະພາບຟຣີຕື່ມອີກ ແລະ ເຂົ້າຮ່ວມການເຝິກຊ້ອມໄພພິບັດ ແລະ ກອບກູ້ປະຖົມພະຍາບານ, ມະນຸດສະທຳໃນການຊ່ວຍເຫຼືອ ຜູ້ປະສົບໄພພິບັດໂດຍມີວິຊາການ ທັງ ລາວ-ຈີນ ເຂົ້າຮ່ວມ ແລະ ໃນນີ້ຄະນະວິຊາການແພດຂອງ ກອງທັບປົດປ່ອຍປະຊາຊົນຈີນ ກໍ ໄດ້ເຂົ້າຮ່ວມຊ່ວຍເຫຼືອຜູ້ປະສົບ ໄພພິບັດເຫດ ການຄູກັ້ນນຳ້ເຂື່ອນ ໄຟຟ້າເຊປຽນ-ເຊນຳ້ນ້ອຍແຕກ ຢູ່ແຂວງອັດຕະປື, ພ້ອມນີ້ກໍຍັງ ໄດ້ມອບລົດແພດໃນສະໜາມໃຫ້ ຈຳນວນ 1 ຄັນ. ໃນການຊ່ວຍເຫຼືອດ້ານການແພດຂອງກອງທັບປົດປ່ອຍປະ ຊາຊົນຈີນໃຫ້ແກ່ກອງທັບປະຊາ ຊົນລາວເວົ້າ, ເວົ້າສະເພາະແມ່ນ ລະຫວ່າງໂຮງໝໍຊີຈິງຂອງທະ ຫານປ້ອງກັນອາກາດກອງທັບ ປົດປ່ອຍປະຊາຊົນຈີນ ກັບ ໂຮງ ໝໍສູນກາງ 103 ກອງທັບປະຊາ ຊົນລາວ ເປັນສິ່ງທີ່ມີຄວາມໝາຍ ທາງດ້ານຍຸດທະສາດເປັນໝາກ ຜົນຫຼັກ, ສະແດງໃຫ້ເຫັນເຖິງ ການພົວພັນຮ່ວມມືແລກປ່ຽນ ຂອງສອງກອງທັບລາວ-ຈີນ ນັບມື້ໄດ້ມີການພັດທະນາດີຂຶ້ນ. ພວກເຮົາເຊື່ອໝັ້ນວ່າສອງກອງ ທັບລາວ-ຈີນ ຈະຖືເອົາການເປີດ ນຳໃຊ້ຕຶກປິ່ນປົວພະຍາດລວມ ໂຮງໝໍສູນກາງ 103 ກອງທັບ ຫຼັງນີ້ເປັນສັນຍາລັກທາງດ້ານ ການຮ່ວມມືຂອງສອງກອງທັບ ລາວ-ຈີນ ໃຫ້ນັບມື້ກ້າວສູ່ລວງ ເລິກ, ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອມາ ແຕ່ດົນນານ, ສືບຕໍ່ຊຸກຍູ້ສົ່ງເສີມ ຄວາມສຳພັນຂອງສອງພັກ, ສອງລັດ ແລະ ສອງກອງທັບ ລາວ-ຈີນ ດີຂຶ້ນກວ່າເກົ່າ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ