ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ໂຮງໝໍສູນກາງ 103 ກອງທັບ ປະກາດແຕ່ງຕັ້ງຂັ້ນພະແນກ
ເວລາອອກຂ່າວ: 2019-08-05 09:27:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ໃນທ້າຍເດືອນກໍລະກົດ 2019 ນີ້, ຢູ່ໂຮງໝໍສູນກາງ103 ກອງທັບ ໄດ້ປະກາດແຕ່ງຈັດຕັ້ງ ຂັ້ນພະແນກການ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກອົງການກົມ ໃຫຍ່ພະລາທິການ, ຫົວໜ້າກົມເສ ນາຮັກ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍ ໃນໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ຈັນທະພອນ ອຸດົມສຸກ ຄະນະພັກ, ຫົວໜ້າຫ້ອງ ການເມືອງໂຮງໝໍສູນກາງ 103 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງ ທັບ, ສະບັບເລກທີ 2937/ກມທ, ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກ ການທີ່ຂຶ້ນກັບໂຮງໝໍສູນກາງ 103 ກອງທັບ. ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ດຣ ນາງ ສະວີ ວັນ ທອງຄຳພາ ເປັນຫົວໜ້າພະ ແນກມໍລະສຸມ, ສະຫາຍ ພັນໂທ ດຣ ຄອນສະຫວັນ ວັດທະນາ ເປັນ ຫົວໜ້າພະແນກວາງຢາສະຫຼົບ ແລະ ຟື້ນຟູຊີບ, ສະຫາຍ ພັນໂທ ດຣ ຄອນທະສຸກ ໄຊຍະວັນສີ ເປັນ ຫົວໜ້າພະແນກລະບົບປະສາດ, ສະຫາຍ ພັນໂທ ດຣ ນາງ ວົງ ເດືອນ ສໍອິນໄຊ ເປັນຫົວໜ້າພະ ແນກລະບົບຫາຍໃຈ-ວັນນະ ໂລກ, ສະຫາຍ ພັນຕີ ດຣ ນາງ ຄຳໄຫວ ຫຼວງປະເສີດ ເປັນຫົວ ໜ້າພະແນກບໍລິຫານສັງລວມ ຫ້ອງອົບຮົມ ແລະ ຄົ້ນຄວ້າວິທະ ຍາສາດ, ສະຫາຍ ພັນຕີ ດຣ ທະ ນູສິດ ຄຳມະນີ ຮັກສາການຫົວ ໜ້າພະແນກຜ່າຕັດຜົ້ງເອິກ, ສະ ຫາຍ ພັນຕີ ທອງພອນ ອິນທໍລະ ເດດ ເປັນຮອງຫົວໜ້າພະແນກສຸ ຂະພາບຈິດ, ສະຫາຍ ພັນຕີ ຂັນຕີ ດວງ ນາມຄຳ ເປັນຮອງຫົວໜ້າ ພະແນກບໍລິຫານສັງລວມຫ້ອງ ອົບຮົມ ແລະ ຄົ້ນຄວ້າວິທະຍາ ສາດ, ສະຫາຍ ພັນຕີ ນາງ ສຸກສາ ຄອນ ຈັນຍາລາດ ເປັນຮອງຫົວ ໜ້າພະແນກວິທະຍາສາດການ ແພດຫ້ອງອົບຮົມ ແລະ ຄົ້ນຄວ້າ ວິທະຍາສາດ. ໂອກາດດັ່ງກ່າວ ສະຫາຍຫົວ ໜ້າກົມເສນາຮັກກົມໃຫຍ່ພະລາ ທິການກອງທັບ ໄດ້ເນັ້ນໜັກໃຫ້ ບັນດາສະຫາຍທີ່ໄດ້ຮັບການແຕ່ງ ຕັ້ງ ແລະ ມອບໝາຍໜ້າທີ່ໃນຄັ້ງນີ້ ຈົ່ງສືບຕໍ່ເຮັດວຽກງານສຶກສາອົບ ຮົມການເມືອງແນວຄິດ ຕິດພັນ ແໜ້ນກັບໜ້າທີ່ວິຊາສະເພາະ ຂອງຕົນເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ກ້າມອບ ໝາຍໜ້າທີ່ໃຫ້ພະນັກງານຂັ້ນວິ ຊາການ, ຕ້ອງຍອມຮັບຄຳຕຳນິ ຕິຊົມກໍ່ສ້າງໃນໝູ່ຄະນະ, ອອກ ແຮງຄົ້ນຄວ້າວິຊາສະເພາະໃຫ້ ເກັ່ງ ໂດຍສະເພາະແມ່ນວິຊາການ ແພດ ແລະ ຮັບປະກັນທຸກໜ້າທີ່ ວຽກງານໃຫ້ມີການປັບປຸງດີຂຶ້ນ, ສ້າງພະນັກງານໃຫ້ມີຜູ້ສືບທອດ ປ່ຽນແທນທາງດ້ານວິຊາສະ ເພາະ, ພ້ອມກັນນຳພາກົມກອງ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ເປັນກ້າວໆ. ໂດຍ: ພັນໂທ ສີຈັນ ເພັດວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ