ປະກາດການແຕ່ງຕັ້ງຂັ້ນພະແນກ ຢູ່ກອງພັນໃຫຍ່ 703
ເວລາອອກຂ່າວ: 2025-07-09 10:57:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1350 | ຄວາມນິຍົມ: ![]()
ວັນທີ 8 ກໍລະກົດ 2025 ນີ້, ຢູ່ທີ່ກອງພັນໃຫຍ່ 703 ໄດ້ປະກາດການແຕ່ງຕັ້ງມອບໝາຍໜ້າທີ່ຂັ້ນຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ ທີ່ຂຶ້ນກັບກອງພັນໃຫຍ່ 703 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 703, ພະແນກການ, ຂະແໜງການ, ກອງພັນ ແລະ ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານອາກາດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງມອບໝາຍໜ້າທີ່ຂັ້ນຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ ທີ່ຂຶ້ນກັບກອງພັນໃຫຍ່ 703. ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ອີງຕາມ ການສະເໜີ ຂອງກອງບັນຊາການທະຫານອາກາດ. ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມພະນັກງານ. ດັ່ງນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງມອບໝາຍໜ້າທີ່ໃຫ້ນາຍທະຫານຢູ່ກອງພັນໃຫຍ່ 703 ຄື: ແຕ່ງຕັ້ງສະຫາຍ ພັນໂທ ວັນເຮືອງ ສີດາວົງ ເປັນຫົວໜ້າພະແນກບໍລິຫານ-ສັງລວມ, ສະຫາຍ ພັນຕີ ສຸດໃຈ ໝັ້ນມະນີວົງ ເປັນຮອງຫົວໜ້າພະແນກອົບຮົມການບິນ, ສະຫາຍ ພັນຕີ ສຸລິໂຍ ປັດທຸມສຸກ ເປັນຮອງຫົວໜ້າພະແນກເສນາທິການ, ສະຫາຍ ພັນຕີ ແສງເພັດ ມະຫາວົງ ເປັນຫົວໜ້າຂະແໜງສັງລວມ ພະແນກເສນາທິການ ແລະ ສະຫາຍ ພັນຕີ ວັນສີ ເດດວົງສອນ ເປັນຫົວໜ້າຂະແໜງຄວາມປອດໄພການບິນ ພະແນກອົບຮົມການບິນ.
ໃນໂອກາດນີ້, ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຮຽກຮ້ອງໃຫ້ພ້ອມກັນຍົກສູງພາລະບົດບາດ, ໜ້າທີ່ຂອງຕົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ-ແທດເໝາະກັບສະພາບຕົວຈິງຂອງກົມກອງ ໄປພ້ອມກັບການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ນາງ ບົວພັນ ເທີນຜາສຸກ
ພາບໂດຍ: ກອງສີ ຈັນເມືອງຊຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















