ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 2 ຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2025-07-09 10:49:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1210 | ຄວາມນິຍົມ: ![]()
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະ ຊວງປ້ອງກັນປະເທດ ສະໄໝທີ Vl (ຮອບທີ 2) ແລະ ທາບທາມຄະນະປະຈຳ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກ ກະຊວງປ້ອງກັນປະເທດ ຮອບທີ 1 ຢູ່ກອງພັນໃຫຍ່ 497 ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄຸນ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ໜ່ວຍງານຈາກກະຊວງປ້ອງກັນປະເທດ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະພັກຮາກຖານ, ໜ່ວຍພັກ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງທິດທາງແຜນການໃນຕໍ່ໜ້າ ຂອງຄະນະພັກກະຊວງປ້ອງກັນປະເທດ, ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI, ການປະກອບຄຳຄິດເຫັນໃສ່ຮ່າງບົດລາຍງານເມືອງ ຂອງຫົວໜ້າການເມືອງ-ຫົວໜ້າການທະຫານ ກອງພັນໃຫຍ່ 497, ຮັບຟັງການຜ່ານຮ່າງນິຕິກຳການກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບປັບປຸງ ປີ 2025 ແລະ ຜ່ານມາດຕະຖານເງື່ອນໄຂບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກ ກະຊວງປ້ອງກັນປະເທດ ສະໄໝທີ VI.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄຸນ ໄດ້ມີຄໍາເຫັນແນະນໍາຫຼາຍບັນຫາສຳຄັນ ເພື່ອເປັນທິດນຳໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈົ່ງເລືອກເອົາຜູ້ທີ່ມີຜົນງານດີເດັ່ນ, ມີມາດ ຖານເງື່ອນໄຂຄົບຖ້ວນ ເພື່ອເຂົ້າມານຳພາ-ຊີ້ນໍາວຽກງານພັກ, ວຽກງານການເມືອງໃຫ້ເຕີບໃຫຍ່ ເຂັ້ມ ແຂງ, ນຳພາກອງທັບກ້າວຂຶ້ນເປັນກອງທັບປະຕິວັດ ມີລະບຽບແບບແຜນ ແລະ ທັນສະໄໝ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ແລະ ປ່ອນບັດທາບທາມເອົາ ຄະນະປະຈຳ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານຄະນະກວດກາພັກ ກະຊວງປ້ອງກັນປະເທດ ຮອບທີ 1 ສຳເລັດຕາມແຜນການ.
ໂດຍ: ເປິ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















