ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-07-09 10:06:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1034 | ຄວາມນິຍົມ:



ໃນວັນທີ 8 ກໍລະກົດ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດຕັ້ງພິທີ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານ ຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ມີບັນດາຄະນະພັກ-ຄະນະອຳນວຍການ, ຄະນະອົງການ 4 ຫ້ອງ, 2 ກອງພັນ, ພະແນກການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ສຸວັນນິ ບຸດທະວົງ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຂັ້ນເງິນເດືອນ, ຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບທຽບຊັ້ນ ໃຫ້ນາຍທະຫານຢູ່ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນນັ້ນ, ຍົກຂັ້ນເງິນເດືອນ ຊັ້ນ ພັນໂທ ຂຶ້ນຮັບເງິນ ຊັ້ນ ພັນເອກ ຈຳນວນ 2 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 5 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 8 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 4 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຈຳນວນ 13 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການປະຕິບັດໜ້າທີ່ວຽກງານ, ການເຝິກຝົນຫຼໍ່ຫຼອມຕົນເອງ ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນ, ປະຕິບັດທຸກມະຕິ, ຄໍາສັ່ງ ທີ່ການຈັດຕັ້ງຂັ້ນເທິງວາງອອກ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ອອກແຮງຄົ້ນຄວ້າຮໍ່າຮຽນວຽກງານຂອງກອງທັບໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະມູນເຊື້ອການຕໍ່ສູ້, ຄວາມສາມັກຄີ ແລະ ຄວາມເສຍສະຫຼະຂອງກອງທັບ ເພື່ອກາຍເປັນພະນັກງານຜູ້ສືບທອດປ່ຽນແທນທີ່ດີຂອງກອງທັບໃນຕໍ່ໜ້າ ແລະ ຍາວນານ. ໂດຍ: ໂອລິນ ມິ່ງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ