ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ເງິນ​ສຳຄັນ ແຕ່​ການ​ສຶກ​ສາ​ກໍ​ຈຳເປັນ ເພາະ​ການ​ສຶກ​ສາ​ສ້າງ​ຄົນ-ຄົນ​ສ້າງ​ຊາດ
ເວລາອອກຂ່າວ: 2025-07-09 09:49:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2160 | ຄວາມນິຍົມ:



ການ​ສຶກ​ສາ ຍັງ​ມີ​ຄວາມສຳ ຄັນ ແລະ ຈຳເປັນ​ຢູ່​ ໃນ​ຍຸກ​ທີ່​ສະພາບ​ການບ້ານ​ເມືອງ​ພວມ​ປະ ສົບ​ບັນຫາ​ວິ​ກິດ​ທາງ​ດ້ານ​ເສດ ຖະກິດ-ການ​ເງິນ ອັນ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ, ແຕ່​ເພື່ອ​ອະນາຄົດ​ອັນ​ສົດໃສ​ຂອງ​ຊາດ, ຂອງ​ລູກ​ຫຼານພໍ່​ແມ່ ກໍ​ຄື​ຜູ້​ປົກຄອງ​ຕ້ອງ​ໄດ້​ສະຫຼະ ແລະ ທຸ່ມ​ເທ​ຊັບ​ສິນ ເພື່ອ​ສົ່ງເສີມ​ລູກ​ຫຼານ​ໄດ້​ເຂົ້າ​ຮຽນ ນີ້​ຄື​ເປົ້າ​ໝາຍ, ຄວາມ​ຮັກ, ຄວາມ​ຫ່ວງ​ໃຍ ແລະ ຄວາມ​ຫວັງ ຂອງ​ພໍ່​ແມ່​ທີ່​ມີ​ຕໍ່​ລູກ​ຫຼານ ທີ່​ຈະ​ເປັນ​ຄົນ​ດີ, ມີ​ວິຊາ​ຄວາມ​ຮູ້ ກາຍເປັນ​ທຶນຮອນ​ອັນ​ປະເສີດ​ຂອງ​ຊາດ​ໃນ​ອະນາຄົດ. ສະຫາຍ ພັນ​ໂທ ຄຳ​ພົດ ສີ​ປະ​ໄພ ຫົວໜ້າ​ພະ​ແນກ​ຮາກ​ຖານ ກົມ​ກໍ່ສ້າງ​ຮາກ​ຖານ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໃຫ້​ຮູ້​ວ່າ: ການ​ສຶກ​ສາ​ເປັນ​ຮາກ​ເຫງົ້າ ແລະ ເປັນ​ກົກ​ໃນ​ການສ້າງ ​ຄົນ​ໃຫ້​ເປັນ​ຊັບພະຍາກອນ​ອັນ​ປະເສີດ​ຂອງ​ຊາດ ເພາະ​ການ​ສຶກ​ສາ​ສ້າງ​ຄົນ-ຄົນ​ສ້າງ​ຊາດ ແຕ່​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ຄື: ຈຳນວນ​ນັກຮຽນ​ໃນ​ແຕ່​ລະ​ຊັ້ນ, ແຕ່​ລະ​ຂັ້ນ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ ໂດຍ​ສະເພາະ​ໃນ​ຂັ້ນ​ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ ສາເຫດ​ຍ້ອນ​ວ່າ ສະພາບ​ການບ້ານ​ເມືອງ​ຂອງ​ພວກ​ເຮົາ ເກີດ​ວິ​ກິດ​ທາງ​ດ້ານ​ເສດຖະກິດ-ການ​ເງິນ, ນັກ ຮຽນ-ນັກ​ສຶກ​ສາ​ຈຳນວນ​ບໍ່​ໜ້ອຍ​ປະລະ​ການ​ຮຽນ ແລ້ວ​ຫັນ​ໄປ​ອອກແຮງ​ງານ​ຢູ່​ຕ່າງປະເທດ ເພື່ອ​ເອົາ​ຊີວິດ​ຢູ່​ລອດ​ວິ​ກິດ ແລະ ຜູ້​ປົກຄອງ​ສ່ວນ​ໜຶ່ງ ຄິດ​ວ່າ ຈະ​ຮຽນ​ໄປ​ເພື່ອ​ຫຍັງ? ຮຽນ​ຈົບ​ມາ ກໍ​ບໍ່​ມີ​ວຽກ​ຮອງ​ຮັບ, ເສຍເງິນ ເສຍ​ເວລາ​ລ້າໆ, ຮຽນ​ແຕ່​ພໍ​ອ່ານ​ອອກ​ຂຽນ​ເປັນ ແລ້ວ​ອອກ​ໄປ​ຊອກ​ເງິນ​ດີ​ກວ່າ ເພາະ​ສຸດ​ທ້າຍ​ແລ້ວ ເປົ້າ​ໝາຍ​ນັ້ນ ກໍ​ຄື​ເງິນ. ນີ້​ຈຶ່ງ​ເປັນ​ສາເຫດ​ຫຼັກ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ຂາດແຄນ​ຄູ​ສອນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ຄູ​ກໍ​ບໍ່​ຢາກ​ສອນ, ນັກຮຽນ​ກໍ​ບໍ່​ຢາກ​ຮຽນ. ສະນັ້ນ, ຕໍ່​ບັນຫາ​ດັ່ງກ່າວ ລັດຖະບານ ໄດ້​ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ສະພາບ​ຂາດ​ຄູ​ສອນ ໂດຍ​ສຸມ​ໃສ່​ປະຕິບັດ​ຕາມ​ນະໂຍບາຍ ແລະ ມາດ​ຕະການ​ທີ່​ລັດຖະບານ​ໄດ້​ກຳນົດ​ໃນ​ມະຕິ 09/​ລບ ເປັນຕົ້ນ: ເພີ່ມ​ເງິນ​ເບ້ຍລ້ຽງ​ໃຫ້​ນັກ​ສຶກ​ສາ​ທີ່​ຮຽນ​ສາຍ​ຄູ, ກຳນົດ​ໂກຕາຄູ​ ສອນ​ໃຫ້​ສອດຄ່ອງ​ກັບ​ແຜນ​ກໍ່ ສ້າງ​ຄູ, ຫັນ​ຄູ​ອາສາ​ສະໝັກ​ເຂົ້າ​ເປັນ​ລັດຖະກອນ​ຄູ ແລະ ທົດແທນ​ ຄູ​ທີ່​ສູນ​ເສຍດ້ວຍ​ຮູບການຕ່າງໆ, ປະຕິບັດ​ນະໂຍບາຍ​ໃຫ້​ພະນັກ ງານ​ບຳນານ​ທີ່​ຍັງ​ແຂງແຮງ ແລະ ກຳລັງ​ທະຫານ​ຊາຍ​ແດນ ຊ່ວຍ​ສິດສອນ​ໃນ​ໂຮງຮຽນ​ທີ່​ຂາດ​ຄູ​ສອນ, ປະຕິບັດ​ນະໂຍບາຍ​ເອົາ​ຄູ​ອາສາ​ສະໝັກ​ບັນຈຸ​ເຂົ້າ​ເປັນ​ທະຫານ​ພັນທະ ແຕ່​ປະຕິບັດ​ໜ້າທີ່​ຄູ​ສອນ. ສະຫາຍ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ປັດຈຸບັນ, ກະຊວງ​ປ້ອງ​ກັນ​ປະເທດ ຮ່ວມ​ກັບກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ໄດ້​ຈັດເຝິກ ​ອົບ​ຮົບ​ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ​ໃຫ້​ແກ່​ພະນັກງານ-ນັກຮົບ ຊຸດທີ II ຢູ່​ທີ່​ວິທະຍາໄລ​ຄູ​ຫຼວງພະ​ບາງ ໂດຍ​ໄດ້​ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ​ຜູ້​ທີ່​ມີ​ເງື່ອນໄຂ​ມາ​ຈາກ ກອງ​ບັນຊາ​ການ​ທະຫານ​ແຂວງຫຼວງ​ພະ​ບາງ, ອຸດົມໄຊ, ຜົ້ງ​ສາລີ, ບໍ່​ແກ້ວ, ຫຼວງ​ນ້ຳທາ ແລະ ແຂວງໄຊ​ຍະ​ບູ​ລີ ເຊິ່ງ​ໃນ​ ກ່ອນ​ໜ້າ​ນັ້ນ, ໄດ້​ສຳເລັດ​ການ ​ເຝິກອົບຮົມ ຊຸດ​ທີ I ຢູ່ທີ່ວິທະຍາ ໄລ​ຄູ​ສະຫວັນ​ນະ​ເຂດ ເຊິ່ງ​ມີ​ນັກ ​ເຝິກອົບຮົມ​ທັງ​ໝົດ 86 ສະຫາຍ ແລະ ຖືກ​ບັນຈຸ​ເຂົ້າຊ່ວຍສອນແລ້ວ ​ຈຳນວນ​ໜຶ່ງ ແລະ ຄາດກະ​ວ່າ ໃນຕໍ່ໜ້າ​ນີ້, ຈະ​ເປີດ​ເຝິກອົບຮົມ​ວິຊາ​ຄູ ຊຸດ​ທີ III ຢູ່​ທີ່ ວິທະຍາໄລ​ຄູ​ຄັງ​ໄຂ ໂດຍ​ຈະ​ໄດ້​ຄັດ​ເລືອກ​ເອົາ​ບັນດາ​ນາຍ ແລະ ພົນທະຫານຜູ້​ ທີ່​ມີ​ເງື່ອນໄຂມາຈາກກອງບັນຊາ​ ການ​ທະຫານ​ແຂວງ​ວຽງຈັນ, ຊຽງ​ຂວາງ, ໄຊ​ສົມບູນ ແລະ ແຂວງ​ຫົວພັນ ເຂົ້າ​ຮ່ວມ​ເຝິກອົບຮົມ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ