ຫ້ອງພະລາທິການທະຫານແຂວງໄຊຍະບູລີ ສຸມໃສ່ວຽກງານການອົບຮົມ-ຫັດແອບ
ເວລາອອກຂ່າວ: 2025-07-09 09:48:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2709 | ຄວາມນິຍົມ: ![]()
ອີງໃສ່ບົດສະຫຼຸບວຽກ ງານການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາ ທິການ-ເຕັກນິກ ຂອງຫ້ອງພະ ລາທິການກອງບັນຊາການທະ ຫານແຂວງໄຊຍະບູລີ ທີ່ສະເໜີ ໂດຍສະຫາຍ ພັນໂທ ສົມຮັກ ໄຊແກ້ວ ຫົວໜ້າພະແນກບໍລິ ຫານ ຫ້ອງພະລາທິການໃຫ້ຮູ້ວ່າ: ປະຕິບັດຕາມຄຳສັ່ງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງອົບຮົມ-ຫັດ ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳ ປີ 2025 ໃຫ້ມີຄຸນນະພາບສູງເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ແລະ ຄວາມຊຳນິຊຳນານດ້ານການທະ ຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃນລະດັບທີ່ແນ່ ນອນ ແນໃສ່ປັບປຸງລະບຽບແບບ ແຜນ, ເຝິກຝົນກຳລັງແຮງກາຍໃຫ້ແກ່ນາຍ ແລະ ພົນທະຫານ ທັງເປັນການກະຕຸກຊຸກຍູ້ໃນການ ຈັດຕັ້ງປະຕິບັດຂໍ້ກຳນົດກົດລະ ບຽບວິໄນຂອງກອງທັບໃຫ້ເຂັ້ມ ງວດ, ສ້າງກົມກອງໃຫ້ມີແບບ ແຜນທັນສະໄໝ ໃນນັ້ນ, ຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ເປັນ ເຈົ້າການນຳພາ-ຊີ້ນຳບັນດາພະ ແນກການ ແລະ ພະນັກງານ-ນັກ ຮົບ ຈັດຕັ້ງປະຕິບັດໜ້າທີ່ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍ ພື້ນຖານ, ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໄດ້ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງກຳລັງອິດທິປໍລະປັກໃນນັ້ນໄດ້ຈັດຕັ້ງເຊື່ອມຊຶມມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບຕ່າງໆຂອງພັກ ແລະ ຂອງກອງທັບ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານເປັນຕົ້ນແມ່ນວຽກງານການອົບ ຮົມ-ຫັດແອບ, ວຽກງານການກຽມພ້ອມສູ້ຮົບ ແລະ ວຽກງານການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍສຸມໃສ່ສ້າງທ່າສະໜາມປ້ອງກັນຊາດເຂັ້ມແຂງ ຍູ້ແຮງວຽກງານສ້າງພະລາທິ ການກັບທີ່ໂດຍການຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອມກົມກອງ.
ໂດຍ: ນາງ ບົວລິວັນ ໂສພາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















