ໜ່ວຍສະຫະພັນແມ່ຍິງໂຮງຮຽນການທະຫານທ້ອງຖິ່ນ ແຂວງເຊກອງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II
ເວລາອອກຂ່າວ: 2025-07-09 09:43:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1605 | ຄວາມນິຍົມ: ![]()
ວັນທີ 18 ມິຖຸນາ ຜ່ານມາ, ໜ່ວຍສະຫະພັນແມ່ຍິງໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງສຳເລັດກອງປະຊຸມໃຫຍ່ ຄັ້ງທີ II. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວັນພຽນ ໂດວັນຮຽນ ຄະນະພັກຮາກຖານ ຮອງຫ້ອງການເມືອງກອງບັນຊາການທະຫານແຂວງເຊກອງ, ມີບັນດາສະຫາຍພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນຕີ ນາງ ເພັດສະໝອນ ສີນສຸໂນ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງໂຮງຮຽນການທະຫານທ້ອງຖິ່ນໃນໄລຍະປີຜ່ານມາ (2021-2024) ເຊິ່ງຕະຫຼອດໄລຍະ 3 ປີຜ່ານມາ ຄະນະໜ່ວຍສະພັນແມ່ຍິງໂຮງຮຽນ ໄດ້ພ້ອມດ້ວຍສະມາຊິກແຕ່ລະສະຫາຍໄດ້ພ້ອມກັນຈັດຕັ້ງປະຕິບັດໄປຕາມແນວທາງຂອງພັກ ແລະ ພ້ອມກັນຈັດຕັ້ງ ຜັນຂະ
ຫຍາຍຜົນສຳເລັດກອງປະຊຸມໃຫຍ່ຕ່າງໆຂອງຊາດຂອງພັກ ເພື່ອແນ່ໃສ່ເຮັດໃຫ້ພະນັກງານ, ສະມາຊິກສະຫະພັນແມ່ຍິງແຕ່ລະສະຫາຍ, ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບ ກໍຄືກົດລະບຽບຂອງແມ່ຍິງວາງອອກຢ່າງກວ້າງຂວາງເລິກເຊິ່ງ ແລະ ໜັກແໜ້ນທາງດ້ານການ
ເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມອຸ່ນອຽນທຸນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ ມີຄວາມສຳເລັດຮອບດ້ານ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຕໍ່ແມ່ຍິງໄດ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ. ນອກນັ້ນ, ຄະນະໜ່ວຍຍັງໄດ້ຊຸກຍູ້ປຸກລະ
ດົມບັນດາສະຫາຍໃນໜ່ວຍພ້ອມກັນສ້າງແຫຼ່ງລາຍຮັບຈາກການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແລະ ຄອບຄົວ ເວົ້າສະເພາະກໍຄືສ້າງກອງທຶນໃຫ້ໜ່ວຍໄດ້ມີລາຍຮັບເພີ່ມຂຶ້ນ ປະຈຸບັນລາຍຮັບທີ່ເປັນກອງທຶນໝູນວຽນໄດ້ທັງໝົດ 6.700.000 ກວ່າກີບ. ຄາດໝາຍສູ້ຊົນໃນສຸມປີຕໍ່ໜ້າສືບຕໍ່ປັບປຸງໃນການຊີ້ນຳ-ນຳພາທາງດ້ານການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ກໍ່ສ້າງ
ພະນັກງານແຕ່ລະສະຫາຍໃຫ້ໄດ້ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະສູງຂຶ້ນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ, ສືບຕໍ່ຮັກສາ
ມູນເຊື້ອຄວາມສາມັກຄີເປັນປຶກແຜນ ແລະ ສິ່ງດີງາມຂອງຊາດ, ຮັກສາມູນເຊື້ອຂະນົບທຳນຽມທີ່ເປັນເອກະລັກສະເພາະຂອງແມ່ຍິງລາວໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງໂຮງຮຽນຊຸດໃໝ່ 3 ສະຫາຍຄື: ສະຫາຍ ຮ້ອຍໂທ ນາງ ວິດາໄລ ແກ້ວມະນີຄຳ ເປັນເລຂາ, ສະຫາຍ ຮ້ອຍຕີ ນາງ ນ້ອຍຄຳ ສີຫາ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍໂທ ນາງ ອິນທາ ວິໄລຈ່ອຍ ເປັນກຳມະການ.
ຂ່າວ: ກອງຄຳ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















