ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ເຄື່ອນ​ໄຫວ​ເຜີຍແຜ່​ວຽກ​ງານ​ປູກ​ຈິດ​ສຳນຶກ​ດ້ານ​ຄວາມ​ປອດ​ໄພ​ ທາງ​ຫຼວງ ຢູ່ ກອງພັນ​ໃຫຍ່ 643
ເວລາອອກຂ່າວ: 2025-07-09 09:39:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1664 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 24 ມິ ຖຸນາ-4 ກໍລະກົດ 2025, ໜ່ວຍ​ ງານ​ພະ​ແນກ​ໂຄສະນາ​ຈະລາ ຈອນ ​ປກສ ແຂວງ​ຊຽງ​ຂວາງ ໄດ້​ເຄື່ອນ​ໄຫວ​ເຜີຍແຜ່​ໂຄສະນາ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ວຽກ​ງານ​ຄວາມ​ປອດ​ໄພ​ທາງ​ຫຼວງ ເພື່ອ​ຫຼຸດຜ່ອນ​ການ​ເກີດ​ອຸບັດ​ຕິ​ເຫດ​ຕາມ​ທ້ອງ​ຖະໜົນ ຢູ່ ກອງພັນ 977, ກອງພັນ 976, ກອງຮ້ອຍ 207 ແລະ ກອງຮ້ອຍ 159 ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 643, ໂດຍ​ມີ ສະຫາຍ ພັນ​ໂທ ວິລະ​ວົງ ພົມ​ມູນ​ຕີ ຫົວໜ້າ​ຂະແໜງ​ປ້ອງ​ກັນ​ພາຍ​ໃນ ກອງພັນ​ໃຫຍ່ 643, ສະຫາຍ ຮ້ອຍ​ເອກ ວັນ​ທອນ ໄຊ​ຍະ​ສິນ ຮອງ​ຫົວໜ້າ​ໜ່ວຍ​ງານ​ໂຄສະນາ​ພະ​ແນກ​ຈະລາຈອນ ​ປກສ ແຂວງ​ຊຽງ​ຂວາງ, ຄະນະ​ວິຊາ​ການ, ຄະນະ​ພັກ-ຄະນະ​ບັນຊາ ກອງ ພັນ, ກອງຮ້ອຍ​ເອກະລາດ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ວັນ​ທອນ ໄຊ​ຍະ​ສິນ ພ້ອມ​ດ້ວຍ​ຄະນະ​ໜ່ວຍ​ງານ ໄດ້​ຜັດປ່ຽນ​ກັນ​ບັນຍາຍ​ເອກະສານ ໂດຍ​ສະເພາະແມ່ນ ​ເອກະສານ ວ່າ​ດ້ວຍ​ກົດ​ຈະລາ ຈອນ​ທາງບົກ, ເອກະສານ​ດຳລັດ ວ່າ​ດ້ວຍ​ການ​ປັບໄໝ ແລະ ມາດ​ຕະການ​ອື່ນໆ​ຕໍ່​ຜູ້​ລະເມີດ​ກົດໝາຍ ແລະ ລະບຽບ​ການ​ກ່ຽວ​ກັບ​ການ​ຈະລາຈອນ​ທາງບົກ; ພ້ອມ​ທັງ ບັນຍາຍ​ຮູບ​ພາບ​ອຸບັດ​ຕິ​ເຫດ​ຕາມ​ທ້ອງ​ຖະໜົນຫຼວງ ເພື່ອ​ແນ​ໃສ່​ໂຄສະນາ​ປູກ​ຈິດ​ສຳນຶກ​ໃຫ້ ພະນັກງານ-ນັກຮົບ ຢູ່ ກອງພັນ​ໃຫຍ່ 643 ມີ​ຄວາມ​ປອດ​ໄພ ແລະ ຮັບ​ຮູ້ເຂົ້າໃຈ​ກ່ຽວ​ກັບ​ຜົນ ​ເສຍ​ຫາຍ​ຂອງ​ການ​ນຳ​ໃຊ້​ເສັ້ນ ທາງ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ ລະບຽບ​ການ​ຈະລາຈອນ, ຄຸນ ສົມບັດ ແລະ ມາລະຍາດ​ໃນ​ການ​ຂັບ​ຂີ່, ການ​ນຳ​ໃຊ້​ລົດ, ໃຊ້​ຖະໜົນ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ ວິທີ​ການ​ປ້ອງ​ກັນ​ເພື່ອ​ສ່ຽງ​ອຸບັດ​ຕິ​ເຫດ​ທີ່​ຈະ​ເກີດ​ຂຶ້ນ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ