ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ປົກປັກຄຸ້ມຄອງຮັກສາ ສັດນໍ້າ ແລະ ສັດປ່າ ຄືນຄວາມອຸດົມສົມບູນໃຫ້ກັບທຳມະຊາດ
ເວລາອອກຂ່າວ: 2025-07-09 09:36:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 933 | ຄວາມນິຍົມ:



(ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ 1997-13 ກໍລະກົດ 2025) ໂດຍເຫັນໄດ້ເຖິງຄຸນປະໂຫຍດຂອງສັດນໍ້າ ແລະ ສັດປ່າ ທີ່ມີຕໍ່ການດໍາລົງຊີວິດຂອງທົ່ວສັງຄົມ, ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 28 ປີ (13 ກໍລະກົດ 1997-13 ກໍລະກົດ 2025), ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ, ປົກປັກຮັກສາສັດນໍ້າ ເປັນວຽກໜຶ່ງທີ່ສໍາຄັນ ເພາະມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໂດຍໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ, ເຊິ່ງໃນແຕ່ລະປີການຈັດຕັ້ງແຕ່ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນ ຢ່າງເປັນຂະບວນການຟົດຟື້ນ, ຕິດພັນກັບການຍົກສູງຄວາມຮັບຜິດຊອບຂອງສັງຄົມ ໃນການເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າແບບຍືນຍົງ. ໃນແຕ່ລະປີ ພັກ-ລັດ ໄດ້ຈັດກິດຈະກຳຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຄົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາຄັນ ຂອງການອະນຸລັກສັດນໍ້າ-ສັດປ່າ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ. ໃນປີ 2024 ທີ່ຜ່ານມາ, ຂະບວນການປ່ອຍປາ ແລະ ສັດນໍ້າລົງສູ່ແຫຼ່ງນໍ້າທຳມະຊາດ ແລະ ອ່າງເກັບນໍ້າໃນຂອບເຂດທົ່ວປະເທດ ສາມາດປະຕິບັດໄດ້ 64 ລ້ານ ກວ່າໂຕ, ສໍາລັບປີ 2025 ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ວາງແຜນສູ້ຊົນໃນການປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 65 ລ້ານໂຕ, ເພື່ອບັນລຸຕົວເລກດັ່ງກ່າວ ຕິດພັນກັບການສົ່ງເສີມການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນານໍາໃຊ້ປາ ແລະ ສັດນໍ້າ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ. ເຖິງແນວໃດກໍຕາມ ເພື່ອປົກປັກຮັກສາສັດນໍ້າ-ສັດປ່າ ບໍ່ໃຫ້ມີການດັບສູນ, ໃຫ້ມີການຂະຫຍາຍພັນ, ສາມາດຕອບສະໜອງຄວາມຕ້ອງການດ້ານອາຫານ ຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມໝັ້ນຄົງຢ່າງຕໍ່ເນື່ອງ ແລະ ມີຄວາມສົມດູນກັບລະບົບນິເວດທາງທໍາມະຊາດ ພວກເຮົາທຸກຄົນ ຈົ່ງສ້າງສະຕິເຄົາລົບກົດໝາຍ, ຄໍາສັ່ງ, ລະບຽບການ ກ່ຽວກັບການຊົມໃຊ້, ຮູ້ຫວງແຫນ, ອະນຸລັກ, ປົກປັກຮັກສາແບບຍືນຍົງ ເພື່ອຄືນສັດນໍ້າ-ສັດປ່າສູ່ທໍາມະຊາດໃຫ້ຫຼາຍຂຶ້ນ ເຮັດໃຫ້ສັດນໍ້າ-ສັດປ່າມີຄວາມອຸດົມສົມບູນ ສ້າງໃຫ້ເປັນທ່າແຮງທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ. ໂດຍ: ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ