ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ປະກາດການແຕ່ງຕັ້ງ ແລະ ມອບ-ຮັບ ໜ້າທີ່ຫົວໜ້າ ຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-07-08 12:38:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1432 | ຄວາມນິຍົມ:



ວັນທີ 8 ກໍລະກົດ 2025 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຕໍ່າແໜງງານ ແລະ ມອບ-ຮັບ ໜ້າທີ່ຫົວໜ້າ ຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານ ຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ, ມີການນຳຂອງແຂວງ, ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະແນກການ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ບົວພັນ ດວງຈຳປາ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ເປັນຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ (ຜູ້ໃໝ່). ຈາກນັ້ນ, ສະຫາຍ ພັນໂທ ຫົງແກ້ວ ວັນນະສານ ຫົວໜ້າຫ້ອງການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ (ຜູ້ເກົ່າ) ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ, ໂດຍໄດ້ຮັບການຊີ້ນໍາໂດຍກົງຈາກສູນກາງ ແລະ ຂັ້ນທ້ອງຖິ່ນ ຈຶ່ງເຮັດໃຫ້ການເຄື່ອນໄຫວວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນແຂວງ ໄດ້ຮັບໝາກຜົນສູງ, ພະນັກງານ ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນໄດ້ຫຼາຍບ້ານ, ເຄື່ອນໄຫວຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາປະການຫຍໍ້ທໍ້ຕ່າງໆ ໄດ້ຫຼາຍຄັ້ງ ເຮັດໃຫ້ສະພາບພາຍໃນທົ່ວແຂວງ ມີຄວາມສະຫງົບໂດຍພື້ນຖານ. ຫຼັງຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍການນໍາແຂວງ, ຫົວໜ້າຫ້ອງການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເວົ້າລວມ, ເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ເນັ້ນໜັກໃຫ້ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂຶ້ນ ໂດຍຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ໃນຂອບເຂດຂອງຕົນຮັບຜິດຊອບ, ປູກລະດົມຊຸກຍູ້ປະຊາຊົນ ມີສ່ວນຮ່ວມໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຫຼາຍຂຶ້ນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ