ບໍລິສັດ ລາຊາໂຊກ ຈຳກັດຜູ້ດຽວ ມອບເງິນຊຸກຍູ້ ກອງບັນນາທິການ ໜັງສືພິມກອງທັບ
ເວລາອອກຂ່າວ: 2025-07-08 12:17:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1578 | ຄວາມນິຍົມ: ![]()
ໃນວັນທີ 8 ກໍລະກົດ 2025 ນີ້, ບໍລິສັດ ລາຊາໂຊກ ຈຳກັດຜູ້ດຽວ ໄດ້ມອບເງິນຊຸກຍູ້ກອງບັນນາທິການ ໜັງສືພິມກອງທັບ ຈຳນວນ 3.000.000 ກີບ ເພື່ອນໍາໃຊ້ເຂົ້າໃນການສ້າງຂະບວນການ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດຊາດ, ຂອງພັກ ໂດຍການກ່າວມອບ ຂອງທ່ານ ເກດແກ້ວ ກຸນວົງ ຮອງປະທານ ບໍລິສັດ ລາຊາໂຊກ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການ ໜັງສືພິມກອງທັບ ພ້ອມຄະນະ.
ໂອກາດນີ້, ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານບໍລິສັດ ລາຊາໂຊກ ຈຳກັດຜູ້ດຽວ ທີ່ໄດ້ມອບວັດຖຸປັດໄຈ ປະກອບສ່ວນຊຸກຍູ້ໃຫ້ແກ່ກອງບັນນາທິການ ໜັງສືພິມກອງທັບ ເພື່ອໄປໝູນໃຊ້ເຂົ້າໃນການສ້າງຂະບວນການ ຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດ ໃຫ້ມີບັນຍາກາດຟົດຟື້ນ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















