ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ແຂວງໄຊສົມບູນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-07-08 10:41:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1524 | ຄວາມນິຍົມ:



ໃນວັນທີ 7 ກໍລະກົດ 2025 ນີ້, ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ເຈົ້າແຂວງ ແຂວງໄຊສົມບູນ, ມີສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງຊິວ ສາຍສະຫວັນ ຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕີບັດວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນ 6 ເດືອນຜ່ານມາ ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ຢ່າງມີຈຸດສຸມ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາແນວຄິດເປັນກົກ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມເປັນໃຈກາງ, ການເຄື່ອນໄຫວ ແລະ ມາດຕະການດ້ານກົດໝາຍ ເປັນການສົມທົບຄຸ້ມຄອງສະກັດກັ້ນ ແລະ ແກ້ໄຂຈຸດລໍ່ແຫຼມ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ໃນນັ້ນ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ປະເມີນໄດ້ 12 ບ້ານ, ຮັບຮອງໄດ້ 10 ບ້ານ, ສາມາດປະກາດໄດ້ 7 ບ້ານ, ມີ 1.517 ຄອບຄົວ ເທົ່າກັບ 83% ຂອງແຜນປະຈໍາປີ ແລະ ສືບຕໍ່ປະກາດ 2 ບ້ານ ທີ່ໄດ້ຮັບຮອງແລ້ວໃຫ້ສໍາເລັດ, ປະກາດການສ້າງບ້ານປ້ອງກັນຄວາມສະຫງົບໄດ້ 11 ບ້ານ, ມີ 2.187 ຄອບຄົວ ແລະ ບ້ານປອດຄະດີ 57 ບ້ານ. ພ້ອມນັ້ນ, ຍັງສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັນ ຢ່າງຕໍ່ເນື່ອງ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຫັນບັນດາມະຕິ, ຄໍາສັ່ງຕ່າງໆ ແລະ ຈັດຕັ້ງປະຕິບັດໃຫ້ເກີດໜາກຜົນຕົວຈິງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ໃຫ້ມີເນື້ອໃນຄົບຖ້ວນສົມບູນ. ໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສືບຕໍ່ຈັດຕັ້ງປະຕິບັດທິດທາງແຜນການວຽກງານຈຸດສຸມທີ່ໄດ້ກໍານົດໄວ້ໃຫ້ປະກົົດຜົນເປັນຈິງ, ພ້ອມທັງປັບປຸງຍົກສູງລະດັບການຄຸ້ມຄອງນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້້ກ ເຂັ້ມແຂງຢ່າງຕໍ່ເນື່ອງ ເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜັນ, ມີແບບແຜນນໍາພາ, ແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕເປັນໜູ່ຄະ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້. ໂດຍ: ນາງ ກ້າຈີທໍ່ ເພຍຫຼວງຈົ່ງເສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ