ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 06 ມິຖຸນາ 2026

  

ເຫັນ​ທະຫານ​ແລ້ວ​ອຸ່ນໃຈ, ໄປ​ທາງ​ໃດ​ມີ​ແຕ່​ຄົນ​ຮັກແພງຍ້ອງຍໍ ໃຫ້​ຄວາມ​ເມດ​ຕາ ທັງ​ທີ່​ບໍ່​ຮູ້ຈັກ​ກັນ
ເວລາອອກຂ່າວ: 2025-07-08 08:59:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1638 | ຄວາມນິຍົມ:



ໃຜໆ ກໍ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ ແລະ ພາລະ​ບົດບາດ ຂອງ​ກຳລັງ​ປ້ອງ​ກັນ​ຊາດ (ທະຫານ), ເພາະ​ນອກຈາກ​ຈະ​ຈັບ​ປືນ​ຢືນ​ປົກ​ປ້ອງ​ຜືນ​ແຜ່ນດິນ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ແລ້ວ, ທະຫານ​ຍັງ​ເປັນ​ທຸກ​ຢ່າງ​ນຳ​ໜ້າ​ທຸກ​ຂະ​ບວນ​ການ​ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ, ມີ​ທະຫານ​ບ່ອນ​ໃດ ທີ່​ນັ້ນ​ມີ​ຄວາມ​ອຸ່ນໃຈ, ມີ​ທະຫານ​ບ່ອນ​ໃດ ທີ່​ນັ້ນ​ມີ​ຄວາມ​ປອດ​ໄພ, ມີ​ນ້ຳໃຈ​ໂອບ​ເອື້ອ​ອາລີ, ໄປ​ທາງ​ໃດ​ກໍ​ມີ​ແຕ່​ຄົນ​ຮັກແພງ ຍ້ອງຍໍ​ສັນລະເສີນ ໃຫ້​ຄວາມ​ເມດ​ຕາ ທັງ​ທີ່​ບໍ່​ຮູ້ຈັກ​ກັນ, ແຕ່​ພັດ​ກົງກັນຂ້າມ​ໃນ​ຫາງ​ສຽງ​ຂອງ​ສັງຄົມ ທີ່​ມັກ​ຈະ​ນິນທາ​ຈົ່ມ​ວ່າ: ເງິນເດືອນ​ຂອງ​ທະຫານ​ໜ້ອຍ? ບໍ່​ພໍໃຊ້ເມື່ອ​ ທຽບໃສ່​ຄ່າ​ຄອງ​ຊີບ​ໃນ​ຍຸກ​ປັດ ຈຸບັນຄວນ​ຍົກ​ສູງ​ຕື່ມ ໃຫ້​ສົມ​ເຫດ​ສົມ​ຜົນ. ແນ່ນອນ​ວ່າ ບໍ່​ສະເພາະ​ແຕ່​ໃນ​ຂົງເຂດ​ກຳລັງ​ປ້ອງ​ກັນ​ຊາດ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ທາງ​ການ​ເງິນ ຂົງເຂດ​ອື່ນໆ ກໍ​ໄດ້​ຮັບ​ຜົນ​ກະທົບ​ຄື​ກັນ, ອັນ​ເນື່ອງ​ມາ​ຈາກ​ສະພາບ​ການ ຂອງ​ສາກົນ ແລະ ພາກ​ພື້ນ​ໄດ້​ຜັນ​ແປ​ຢ່າງ​ສັບສົນ, ບໍ່​ວ່າ​ຈະ​ເປັນ​ການ​ປະ​ທະ​ກັນ​ທາງ​ດ້ານ​ສົງຄາມ, ທາງ​ດ້ານ​ເສດຖະກິດ, ພະຍາດ​ລະບາດ ລວມ​ເຖິງ​ໄພພິບັດ​ທາງ​ທຳ​ມະ​ຊາດ ເຮັດ​ໃຫ້​ທຸກ​ຢ່າງ​ມີ​ການ​ເໜັງ​ຕີງ ສຳລັບ ​ສປປ ລາວ ພັກ-ລັດຖະບານ ໄດ້​ພະຍາຍາມ​ຢ່າງ​ສຸດ​ຂີດ​ໃນ​ແກ້​ໄຂ​ບັນຫາ​ອັນ​ເຄັ່ງຮ້ອນ ໂດຍ​ສະເພາະ​ບັນຫາ​ປາກ​ທ້ອງ ຂອງ​ປະຊາຊົນ ໃຫ້​ກັບ​ມາ​ຄືນ​ສູ່​ປົກກະຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ໃນ​ຖັນ​ແຖວ​ກອງທັບ, ເຊື່ອ​ວ່າ​ສ່ວນ​ຫຼາຍ​ແລ້ວ ພະນັກງານ-ນັກຮົບ ເຂົ້າໃຈ​ດີ​ຕໍ່​ບັນຫາ​ເສດຖະ ກິດ​ໃນ​ສະພາບ​ການ​ປັດຈຸບັນ, ເຖິງ​ວ່າ​ຜູ້​ອື່ນ​ຈະ​ເບິ່ງ ຫຼື ຄິດ​ແນວ ໃດ​ກໍ​ຕາມ ຕໍ່​ສະຖານະ​ການ​ເປັນ​ຢູ່​ຂອງ​ກຳລັງ​ທະຫານ, ອາດ​ຈະ​ເບິ່ງ​ວ່າ​ເປັນ​ອາຊີບ​ທີ່​ໝັ້ນຄົງ, ມີ​ກຽດ ແຕ່​ບໍ່​ມີ...? ອັນ​ນີ້, ຢາກ​ໃຫ້​ບັນດາ​ທ່ານ​ທັງຫຼາຍ ໄດ້​ທົບ​ທວນຄືນ​ນຳ​ກັນ​ວ່າ: ເມື່ອ​ເຮົາ​ສະໝັກ​ໃຈ​ກ້າວ​ເຂົ້າ​ມາສູ່​ກອງທັບ​ແລ້ວ ປະໂຫຍກ ຫຼື ຄຳ​ເວົ້າ​ທີ່​ມັກ​ຈະ​ໄດ້​ຍິນ ແມ່ນ​ຄຳ​ວ່າ ເສຍສະຫຼະ​ເພື່ອ​ຊາດ, ເພື່ອ​ປະຊາຊົນ, ຄຳ​ວ່າ​ເສຍສະຫຼະ ຄື​ການ​ເສຍສະຫຼະ​ວຽກ​ສວ່ນ​ຕົວ ເພື່ອ​ສວ່ນ​ລວມ ແລະ ເຫັນ​ຜົນ​ປະໂຫຍດ​ສ່ວນ​ລວມ​ຫຼາຍ​ກວ່າ​ສ່ວນ​ຕົວ. ສະ​ນັ້ນແລ້ວ, ເຖິງ​ວ່າ ເງິນເດືອນ​ຈະ​ບໍ່​ຫຼາຍ ແຕ່​ວ່າ ເຮົາ​ຮູ້ຈັກ​ປະຢັດ​ອົດອອມ, ບໍ່​ຟູມ​ເຟືອຍ, ມີ​ການ​ວາງ​ແຜນ, ຮູ້​ໝູນ​ໃຊ້​ຢ່າງ​ຮອບ​ຂອບ ພ້ອມ​ທັງ​ປະຕິບັດ​ຕາມ​ທິດ​ນຳ​ຂອງ​ຂັ້ນ​ເທິງ ກໍ​ຄື​ວຽກ​ງານ 4 ປູກ 4 ລ້ຽງ​ຢ່າງ​ຖືກຕ້ອງ ແລະ ເໝາະ​ສົມ ອີກ​ຢ່າງ​ໜຶ່ງ​ເວລາ​ຄອບຄົວ​ເຈັບເປັນ ກອງທັບ​ກໍ​ມີ​ນະໂຍບາຍ​ສູງ ເອີ້ນ​ໄດ້​ວ່າ ໄດ້​ໜ້ອຍ​ແຕ່​ຍາວ​ນານ​ໝັ້ນຄົງ ແລະ ທົ່ວ​ເຖິງ. ຂໍ​ໃຫ້​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັນ​ອົດທົນ​ຜ່ານ​ຜ່າ​ເອົາ​ຊະນະ​ແນວ​ຄິດ​ຫຍໍ້ທໍ້ ດັ່ງ​ຄຳ​ເວົ້າ​ທີ່​ວ່າ: ຍາມ​ຊາດ​ຍາກຈົນ ເຮົາ​ທຸກ​ຄົນ​ຕ້ອງ​ຊ່ວຍ​ກັນ ແລະ ຢ່າ​ສວຍໂອກາດ​ຍາມ​ຊາດ​ວິ​ກິດ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ