6 ເດືອນຕົ້ນປີ 2025 ກອງພັນ 233 ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2025-07-08 08:58:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1341 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ຄຳໄພ ສຳມະວົງ ຫົວໜ້າການເມືອງກອງພັນ 233 ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ເຂົ້າໃຈ ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບວິໄນຂອງກອງທັບຢ່າງຕໍ່ເນື່ອງ ເປັນຕົ້ນໄດ້ນຳເອົາມະຕິຄຳສັ່ງ ແລະ ເອກະສານຕ່າງໆ ຈາກຂັ້ນເທິງມາເຜີຍແຜ່ໃຫ້ພະນັກງານ-ນັກຮົບໃນແຕ່ລະ ໄລຍະໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບ 2 ວາລະແຫ່ງຊາດເຫັນວ່າມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂອບເຂດກົມກອງຮັບຜິດຊອບເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ. ພ້ອມນັ້ນ, ຍັງໄດ້ປັບປຸງກໍ່ສ້າງກຳລັງໂດຍສຸມໃສ່ການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ ການ-ເຕັກນິກ ແລະ ເຫຼົ່າຮົບວິຊາສະເພາະຂອງກົມກອງ.
ວຽກງານການປັບປຸງກໍ່ ສ້າງຄ້າຍຄູໄດ້ສຸມໃສ່ກໍ່ສ້າງສຳ ນັກງານງານຫ້ອງການ, ເຮືອນ ນອນໂສດ, ເຮືອນຄົວລວມ ໃຫ້ມີຄວາມຈົບງາມສະອາດງາມຕາ, ບຸກເບີກດິນນາລວມຂອງກົມກອງ 2 ຄັ້ງ ໃນມູນຄ່າ 4 ລ້ານກວ່າກີບ, ປ່ຽນພັດລົມຕິດເພດານໃສ່ເຮືອນນອນໂສດ, ຫ້ອງການ 5 ຄັ້ງ 10 ແຮງງານ ມູນຄ່າ 3.340.000 ກີບ, ສ້ອມແປງ ແລະ ປ່ຽນຕາຄ່າຍໄຟຟ້າ 4 ຄັ້ງ 8 ແຮງງານ ມູນຄ່າ 6.138.000 ກີບ,
ປ່ຽນຖ່າຍແອເຢັນໃສ່ຫ້ອງ ການ 38 ແຮງງານ ມູນຄ່າ 16.240.000 ກີບ, ເທພື້ນສາງມ້ຽນ ເຄື່ອງ 5 ຄັ້ງ 10 ແຮງ ງານ ມູນຄ່າ 1.445.000 ກີບ, ເທພື້ນອ່າງນ້ຳໃຊ້ເຮືອນຄົວລວມ ແລະ ຄອກໝູ 4 ຄັ້ງ 12 ແຮງງານ ມູນຄ່າ 2.790.000 ກີບ, ສ້ອມແປງຫ້ອງນ້ຳ ແລະ ເຮືອນ ຄົວ 5 ຄັ້ງ 15 ແຮງງານ ມູນຄ່າ 1.035.000 ກີບ, ສ້ອມແປງທໍ່ນ້ຳປະປາແຕກ 15 ຄັ້ງ ມູນຄ່າ 8.55.000 ກີບ, ແລ່ນໄຟ ຟ້າເຂົ້າເຮືອນນອນໂສດຢູ່ສະ ໜາມຍິງປືນ 2 ຄັ້ງ 14 ແຮງງານມູນຄ່າ 85.725.000 ກີບ, ປ່ຽນດອກໄຟ 25 ຄັ້ງ 55 ແຮງ ງານ ມູນຄ່າ 4.128.000 ກີບ ລວມມູນຄ່າໃນການກໍ່ສ້າງ ແລະ ສ້ອມແປງທັງໝົດ 125.986.000 ກີບ.
ພ້ອມນັ້ນຍັງໄດ້ຊີ້ນຳພະ ນັກງານ-ນັກຮົບ ລ້ຽງສັດໃຫຍ່ (ງົວ) 15 ໂຕ, ແບ້ 9 ໂຕ, ໝູພັນຊີ້ນ 41 ໂຕ ຂາຍໝູພັນຊີ້ນເປັນເງິນໄດ້ 90.853.000 ກີບ, ລ້ຽງແມ່ໝູພັນ ຈຳນວນ 7 ໂຕ, ໝູນ້ອຍ 35 ໂຕ, ລ້ຽງປາຈຳນວນ 4 ໜອງ, ປ່ອຍປາ 28,000 ໂຕ, ຂາຍປາເປັນເງິນ 2.472.000 ກີບ, ລ້ຽງໄກ່ພັນໄຂ່ 440 ໂຕ, ຂ່າຍໄຂ່ໄກ່ພັນໄດ້ 1.662 ແຕະ ເປັນເງິນ 110.955.000 ກີບ. ນອກຈາກຂອງລວມແລ້ວຢູ່ບັນດາກອງຮ້ອຍ, ໝວດທີ່ຂຶ້ນກັບ ແລະ ບຸກຄົນ ຍັງໄດ້ລ້ຽງໝູພັນຊີ້ນ 23 ໂຕ, ໜອງປາ 7 ໜອງ, ປ່ອຍປາ 25.700 ໂຕ, ລ້ຽງເປັດ-ໄກ່ 1.600 ໂຕ, ກົບ 17.600 ໂຕ, ແບ້ 12 ໂຕ, ງົວ 38 ໂຕ, ເກັບກູ້ພຶດຜັກໄດ້ 4 ໂຕນກວ່າ, ຜະລິດນ້ຳດື່ມຕຸກໃຫຍ່ໄດ້ທັງໝົດ 11.364 ຕຸກ, ຂາຍ 9.732 ຕຸກ, ເປັນເງິນ 77.015.000 ກີບ, ຜະລິດນໍ້າດື່ມຕຸກນ້ອຍ 282 ແພັກ, ຂາຍ 245 ແພັກ, ເປັນເງິນ 5.635.000 ກີບ, ລວມຂາຍນ້ຳດື່ມໄດ້ 82.650.000 ກີບ.
ສະຫາຍ ພັນໂທ ຄຳໄພ ສຳມະວົງ ໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ ເຂົ້າໃຈຕໍ່ແນວທາງຂອງພັກ ພ້ອມກັນເຊີດຊູນຳໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າການປະຕິບັດຂໍ້ກຳນົດກົດລະບຽບຂອງພັກ-ກົດ ໝາຍຂອງລັດ, ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດ, ໂດຍສະເພາະແມ່ນປະຕິບັດຂໍ້ກຳ ນົດ 7 ລະບອບ 18 ວຽກໃນມື້ ໜຶ່ງຂອງກອງທັບ ແລະ ຄຳປະຕິ ຍານ 8 ຂໍ້, ວິໃນ 12 ຂໍ້ຕໍ່ປະຊາ ຊົນ; ພ້ອມນັ້ນກໍເອົາໃຈໃສ່ຊີ້ນຳ-ນຳພາໃກ້ຊິດຕິດແທດກັບອ້າຍນ້ອງຂອງຕົນພ້ອມກັນເຮັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຫັນລົງກໍ່ສ້າງຮາກຖານ ການເມືອງກັບອຳນາດການປົກ ຄອງທ້ອງຖິ່ນ ເພື່ອເກັບກຳສະ ພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວຜິດຕໍ່ແນວທາງຂອງພັກ-ລັດ, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນກັບສະພາບການຕົວຈິງເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ 100%. ພ້ອມນັ້ນຍັງໄດ້ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບດີຂຶ້ນ.
ຈາກນັ້ນ, ສະຫາຍ ພັນໂທ ຄຳຜ່ອຍ ເພັງພະຈັນ ຮອງຫົວໜ້າການທະຫານກອງພັນ 233 ຍັງໄດ້ເຜີຍແຜ່ແຈ້ງການຂອງ ກົມໃຫຍ່ການເມືອງກອງທັບ ໃຫ້ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້, ວັນຊາດທີ 2 ທັນວາຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ ໃຫ້ພະນັກງານທີ່ຮຽນຈົບການສຶກສາບັນຈຸເຂົ້າເຮັດວຽກຢູ່ພາຍໃນກົມກອງຕື່ມອີກ.
ໂດຍ: ໄມ່ບຸນຫົນ ສຸດທິບັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















