ກອງພົນທີ 1 ປະກາດການແຕ່ງຕັ້ງໜ້າທີ່ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກການເງິນ
ເວລາອອກຂ່າວ: 2025-07-08 08:46:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1175 | ຄວາມນິຍົມ: ![]()
ໃນວັນທີ 3 ກໍລະກົດ 2025, ຢູ່ທີ່ກອງພົນທີ 1 ໄດ້ປະກາດການແຕ່ງຕັ້ງໜ້າທີ່ ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກການເງິນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນດີ ຄຳໄຊຫົງ ຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ຄຳຫວານ ຈັນທະບຸນໄຊ ຫົວໜ້າຫ້ອງພະ ລາທິການ ກອງພົນທີ 1, ມີຄະ ນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການຈາກກົມ, ກົມກອງ ແລະ ພະນັກງານວິຊາສະເພາະພະລາທິການ-ການເງິນ ເຂົ້າຮ່ວມ.
ສະຫາຍ ພັນໂທ ອິ້ງແກ້ວ ບົວຕຶງ ຫົວໜ້າຫ້ອງການກວດ ກາວິທະຍາສາດການເງິນໄດ້ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການເງິນ ທີ່ຂຶ້ນກັບກອງພົນທີ 1, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການສະເໜີຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ; ຕົກລົງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວ ໜ້າພະແນກການເງິນກອງພົນທີ 1 ມີຄື: ແຕ່ງຕັ້ງ ສະຫາຍ ພັນໂທ ຄຳແປງ ຫອມສີສະຫວາດ ເປັນຫົວໜ້າພະແນກການເງິນ ແລະ ສະຫາຍ ພັນໂທ ຄຳເຫຼັກ ໄຊຍະວັນ ເປັນຮອງຫົວໜ້າພະ ແນກການເງິນ ກອງພົນທີ 1.
ສະຫາຍ ພັນເອກ ວັນດີ ຄຳໄຊຫົງ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຕັ້ງໃຈເຝິກຝົນຫຼໍຫຼອມຕົນເອງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕິດພັນກັບວິຊາສະເພາະ, ຄຽງຄູ່ ກັບປະສົບການ, ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່, ເຮັດວຽກຢ່າງມີແບບແຜນ, ເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະ ຕິບັດຕາມຫຼັກການ, ລະບຽບການເງິນໃຫ້ເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















