
ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2025-07-04 15:00:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1262 | ຄວາມນິຍົມ:
ວັນທີ 2 ກໍລະກົດ 2025 ນີ້, ຢູ່ທີ່ ກອງຫໍພິພິທະພັນປະຫວັດສາດກອງທັບ ໄດ້ເປີດກອງປະຊຸມ ສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂອງໜ່ວຍພັກ ກອງຫໍພິພິທະພັນປະຫວັດສາດກອງທັບ, ໂດຍການເປັນປະ ທານ ຂອງສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະອໍານວຍການ ກອງຫໍພິພິທະພັນປະຫວັດສາດກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ເລຂາໜ່ວຍພັກ, ອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຜ່ານບົດສະຫຼຸບການຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປິທີ່ຜ່ານມາ ແລະ ວາງທິດທາງແຜນການ ປະຈຳປີ 2026, ຄະນະພັກ-ຄະນະອໍານວຍການ ກອງຫໍພິພິທະພັນປະຫວັດສາດກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ມີການຈັດຕັ້ງຜັນຂະຫຍາຍແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຫັນເປັນມະຕິ, ເປັນແຜນການອັນລະອຽດ, ດໍາເນີນການຊຸກຍູ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ. ຈາກຜົນງານທີ່ສ້າງມາໄດ້ໃນໄລຍະ 1 ປີ ສາມາດຄັດເລືອກໄດ້ສະມາຊິກພັກແຂງໄດ້ 45 ສະຫາຍ, ຍິງ 27 ສະຫາຍ, ສະມາຊິກພັກກາງ ແລະ ສະມາຊິກພັກອ່ອນບໍ່ມີ ສາມາດຕີລາຄາແບ່ງປະເພດຄຸນນະພາບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງ.
ຈາກນັ້ນ, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກ ກອງຫໍພິພິທະພັນປະຫວັດສາດກອງທັບ ສ້າງໄດ້ໃນໄລຍະ 1 ປີ ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີປະສິດທິພາບ ທັງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍຂອງຂັ້ນເທິງໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ໂດຍ: ວຽງແກ້ວ ສິວົງວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ