ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງພັນໃຫຍ່ 661 ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ ຄັ້ງທີ II
ເວລາອອກຂ່າວ: 2025-07-04 14:54:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1195 | ຄວາມນິຍົມ:



ວັນທີ 4 ກໍລະກົດ 2025 ນີ້, ກອງພັນໃຫຍ່ 661 ໄດ້ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ ຄັ້ງທີ II (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີສະຫາຍ ພັນໂທ ບົວສະຫວັນ ມານີລາວົງ ຫົວໜ້າພະແນກ ອົບຮົມກໍ່ສ້າງຂະບວນການ ກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, 4 ກອງພັນ, ຜູ້ຮັບຜິດຊອບວຽກງານປ້ອງກັນພາຍໃນ ແລະ ພະນັກງານຫຼັກແຫຼ່ງໃນທົ່ວກອງພັນໃຫຍ່ 661 ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 661 ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ 5 ປີ (2021-2025) ແລະ ຜ່ານທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ຍົກສູງສະຕິລະວັງຕົວຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ທາດແທ້ອັນດີງາມຂອງພັກ, ຂອງຊາດ, ຂອງກອງທັບ ເຮັດໃຫ້ສະມາຊິກພັກ, ພະນັກງານ- ນັກຮົບ ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ, ມີຄວາມປອດໃສຂາວສະອາດ, ຈັດຕັ້ງເຝິກອົບຮົມວຽກງານປ້ອງກັນພາຍໃນໃຫ້ຜູ້ເຮັດວຽກງານປ້ອງກັນພາຍໃນ ຢູ່ບັນດາອົງການ, ກົມກອງ ຈໍານວນ 1 ຄັ້ງ, ໄດ້ຈັດຕັ້ງເຄື່ອນໄຫວດໍາເນີນວຽກງານປ້ອງກັນພາຍໃນຂອງກອງພັນໃຫຍ່ 661 ຄື: ວຽກງານກໍາຂ່າວກຳສະພາບ, ວຽກງານສືບຂ່າວການເມືອງ ແລະ ສືບຂ່າວອາຍາ, ວຽກງານສຶກສາອົບຮົມຍົກສູງສະຕິລະວັງຕົວປະຕິວັດ, ສ້າງຂະບວນການວຽກງງານປ້ອງກັນພາຍໃນກອງທັບ, ວຽກງານປ້ອງກັນຮັກສາຄວາມລັບ, ຄວາມປອດໄພ ການນໍາພັກ-ລັກ ແລະ ວັດຖຸພາຫະນະເຕັກນິກການທະຫານ, ວຽກງານປ້ອງກັນການເມືອງພາຍໃນ, ວຽກສືບສວນ-ສອບສວນຄະດີ, ເຫດການ ແລະ ປະກົດການຫຍໍ້ທໍ້ໃນ 5 ປີຜ່ານມາ, ວຽກເຕັກນິກວິທະຍາສາດອາຍາ, ວຽກງານຄຸມຂັງ-ດັດສາງ ແລະ ວຽກງານພົວພັນປະສານສົມທົບ ແລະ ວຽກງານສະຫຼຸບສັງລວມ, ແຜນການ ແລະ ວຽກງານປັບປຸງກໍ່ສ້າງອົງການປ້ອງກັນພາຍໃນ; ຈັດຕັ້ງດໍາເນີນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ມາຮອດປັດຈຸບັນ ສ້າງໄດ້ກົມກອງປອດໃສ ປອດໄພ ປອດຄະດີ 5 ປີຕໍ່ເນື່ອງ 12 ກົມກອງ, 4 ປີຕໍ່ເນື່ອງ 5 ກົມກອງ, 3 ປີຕໍ່ເນື່ອງ 9 ກົມກອງ ແລະ 2 ປີຕໍ່ເນື່ອງມີ 2 ກົມກອງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ໂອກາດນີ້, ສະຫາຍ ພັນເອກ ຄໍາປານ ແພງພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສ້າງໄດ້ ໃນໄລຍະ 5 ປີຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານຜູ້ທີ່ເຮັດວຽກງານປ້ອງກັນພາຍໃນ ຈົ່ງສືບຕໍ່ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງໜັກແໜ້ນ, ຢຶດໝັ້ນອຸດົມການຂອງພັກ, ຍົກສູງສະຕິລະວັງຕົວເປັນເຈົ້າການປ້ອງກັນຕົນເອງ, ປ້ອງກັນກົມກອງ ກໍຄືກອງທັບ ແລະ ປ້ອງກັນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບຂອງພັກ, ກໍ່ສ້າງພັກໃຫ້ເຂັ້ມແຂງໜັກແໜ້ນ, ຮັກສາຄຸນສົມບັດ ສິນທຳປະຕິວັດ, ມີແບບແຜນດຳລົງຊີວິດທີ່ໃຫ້ປອດໃສຂາວສະອາດ, ເອົາໃຈໃສ່ຕໍ່ການບຳລຸງ ຍົກລະດັບຄວາມຮູ້ ຄວາມສາມາດ, ເພື່ອຮັບປະກັນເຮັດວຽກງານປ້ອງກັນພາຍໃນກົມກອງຂອງຕົນໃຫ້ມີຄວາມສະຫງົບປອດໄພ 100%. ໂດຍ: ອານຸສອນ ສິມວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ