
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວວຽກ ຢູ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2025-07-04 14:38:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1162 | ຄວາມນິຍົມ:
ໃນວັນທີ 4 ກໍລະກົດ 2025 ນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ວຽກງານເຕັກນິກ ຢູ່ກອງພັນໃຫຍ່ 11 ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາສະເພາະພາຍໃນພະແນກເຕັກນິກ ເຂົ້າຮ່ວມ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ເພື່ອຕິດຕາມຄວາມພ້ອມ ກ່ຽວກັບບັນດາພາຫະນະເຕັກນິກໃນການຮັບປະກັນຕ້ານ ແລະ ກອບກູ້ໄພພິບັດທາງທຳມະຊາດ ແລະ ກະກຽມຊ້ອມຮົບ ພ້ອມທັງສະເຫຼີມ ສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ຈາກນັ້ນ, ແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານເຕັກນິກໃນໄລຍະຜ່ານມາ, ພະແນກເຕັກນິກ ໄດ້ເປັນເຈົ້າການໃນການນຳພາ-ຊີ້ນຳ ພະນັກງານວິຊາສະເພາະ ຢູ່ກົມກອງຂອງຕົນຢ່າງເປັນປົກກະຕິ ບົນພື້ນຖານປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດ ແລະ ນຳໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວັດຖຸເຕັກນິກທີ່ໄດ້ປະກອບໃຫ້ ຖືກຕ້ອງຕາມລະບຽບຫຼັກການ ຕາມຂໍ້ກຳນົດຂອງຂັ້ນເທິງວາງອອກ ເປັນຕົ້ນໃນດ້ານວຽກງານຄຸ້ມຄອງພາຫະນະ ໄດ້ເອົາໃຈໃສ່ຊີ້ນຳພະແນກການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງຄຸ້ມຄອງລົດ, ຂະແໜງສ້ອມແປງ ແລະ ກອງຮ້ອຍສ້ອມແປງປະສົມ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະທີ່ຂັ້ນເທິງປະກອບໃຫ້ຢ່າງເປັນປົກກະຕິ ໃນນີ້, ໄດ້ຈັດຕັ້ງວັນເຕັກນິກ ເພື່ອກວດກາສະພາບເຕັກນິກລົດ 1 ຄັ້ງຕໍ່ເດືອນ ແລະ ແລ່ນຍາວ 3 ເດືອນຕໍ່ 1 ຄັ້ງ ນອກນັ້ນ, ຍັງໄດ້ຊີ້ນຳນັກຂັບຂີ່ເອົາໃຈໃສ່ກວດກາປົກກະຕິປະຈຳວັນ, ກວດກາກ່ອນອອກໄປປະຕິບັດໜ້າທີ່ ແລະ ກໍລະນີພາຫະນະ ມີການເປ່ເພ ກໍໄດ້ລາຍງານຂໍທິດຊີ້ນຳຈາກຂັ້ນເທິງອະນຸມັດສ້ອມແປງ ປ່ຽນຖ່າຍອາໄຫຼ່ໄດ້ທັນເວລາ, ແນໃສ່ຮັບປະກັນໃຫ້ມີພາຫະນະນຳໃຊ້ໄດ້ເປັນປົກກະຕິ, ໄດ້ສ້າງຂໍ້ກຳນົດກ່ຽວກັບວຽກງານຄຸ້ມຄອງນຳໃຊ້, ການບົວລະບັດພັດເຊັດ ແລະ ສ້ອມແປງ, ປ່ຽນຖ່າຍອາໄຫຼ່ ເພື່ອເປັນບ່ອນອີງໃຫ້ບັນດາກົມກອງຈັດຕັ້ງປະຕິບັດ, ສ່ວນວຽກງານຄຸ້ມຄອງອາວຸດ-ກະສຸນ ຄະນະພັກ-ຄະນະບັນຊາ ໄດ້ເປັນເຈົ້າການຊີ້ນຳວິຊາການທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມກຳແໜ້ນສະພາບ ຈຳນວນອາວຸດຍຸດໂທປະກອນທີ່ໄດ້ປະກອບໃຫ້ນັບທັງຢູ່ໃນສາງ, ຄັງ ຊີ້ນຳພະນັກງານວິຊາສະເພາະ ສ້າງແຜນງົບປະມານຮັບປະກັນ ອາວຸດ-ກະສຸນ ແລະ ວັດຖຸເຕັກນິກໃຫ້ກົມກອງຖືກຕ້ອງຕາມລະບຽບຫຼັກການ ພ້ອມທັງສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ, ຊີ້ນຳບັນດາກົມກອງ ແລະ ພະນັກງານວິຊາສະເພາະຍຸດໂທ ເອົາໃຈໃສ່ປະຕິບັດລະບຽບການຄຸ້ມຄອງປົກປັກຮັກສາ, ການບົວລະບັດຜັດເຊັດ, ບຳລຸງຮັກສາ ແລະ ການນຳໃຊ້ອາວຸດຍຸດໂທປະກອນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງຂັ້ນເທິງ ເພື່ອຮັບປະກັນໃນການນຳໃຊ້ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ 100%.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ໄດ້ເນັ້ນໜັກໃຫ້ຄະນະພັກ-ບັນຊາແຕ່ລະຂັ້ນ ສືບຕໍ່ຍົກສູງວຽກງານການຊີ້ນຳ-ບັນຊາກົມກອງຢ່າງມີແບບແຜນ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ, ຢຶດໝັ້ນຕາມຫຼັກການລວມສູນປະຊາທິປະໄຕ ປົກປັກຮັກສາອາວຸດຍຸດໂທປະກອນ ແລະ ພາຫະນະເຕັກນິກ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ຮັບປະກັນຄຸນນະພາບ ນຳໃຊ້ໄດ້ໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ປິ່ນ ຂຸນພົນ
ພາບໂດຍ: ວິລັດ ມົນດວງສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ