ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມບູນ ເຄື່ອນໄຫວຢ້ຽມຢາມພະນັກງານ-ນັກຮົບ ຢູ່ບັນດາປ້ອມ
ເວລາອອກຂ່າວ: 2025-07-04 11:59:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1207 | ຄວາມນິຍົມ:



ໃນວັນທີ 3 ກໍລະກົດ 2025 ນີ້, ສະຫາຍ ພົນຈັດຕະວາ ວົງພັນ ດາບຸດດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພະນັກງານ-ນັກຮົບ ປະຕິບັດໜ້າທີ່ຢູ່ບັນດາປ້ອມ, ເຂດຫ່າງໄກສອກຫຼີກ ໃນຂອບເຂດກອງບັນຊາການຮັບຜິດຊອບ. ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ສະຫາຍ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ນຳເອົາເຄື່ອງວັດຖຸອຸປະກອນທີ່ຈຳເປັນຈຳນວນໜຶ່ງ ໄປມອບໃຫ້ແຕ່ລະປ້ອມ ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈ ພ້ອມທັງ, ສະແດງຄວາມເປັນຫ່ວງເປັນໃຍ ແລະ ຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ວຽກງານ ຢູ່ບັນດາປ້ອມຕ່າງໆ ທີ່ພ້ອມກັນອົດທົນຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນານາປະການ ໂດຍສະເພາະແມ່ນການເຮັດໜ້າທີ່ການເມືອງຂອງຕົນ ແລະ ສືບຕໍ່ໃນການເຄື່ອນໄຫວເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ, ເອົາໃຈໃສ່ຕິດຕາມເກັບກຳສະພາບການຕ່າງໆ, ອອກເຄື່ອນໄຫວສາລະເວໃນຂອບເຂດຮັບຜິດຊອບ ແລະ ປ້ອງກັນເວນຍາມເປັນປະຈຳບໍ່ໃຫ້ຂາດ ເພື່ອບໍ່ໃຫ້ກຸ່ມຄົນທີ່ບໍ່ຫວັງດີເຂົ້າມາເຄື່ອນໄຫວ, ທຳລາຍ ແລະ ກໍ່ຄວາມບໍ່ສະຫງົບຢ່າງເດັດຂາດ. ໂດຍ: ຄຳພາ ສີນວນທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ