ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ພະແນກສະຫະພັນແມ່ຍິງ ກມທ ເຄື່ອນໄຫວຊຸກຍູ້ ການປະຕິບັດຂໍ້ແຂ່ງຂັນ 3 ດີ ຢູ່ກອງວາລະສານປ້ອງກັນຊາດ
ເວລາອອກຂ່າວ: 2025-07-04 09:03:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ວັນທີ 3 ກໍລະກົດ 2025 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 3 ດີ ຢູ່ໜ່ວຍສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ ນໍາໂດຍສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນຕີ ສົມສັກ ສົມທະວົງ ຮອງຫົວໜ້າ ກອງວາລະສານປ້ອງກັນຊາດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເລຂາໜ່ວຍ ສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີ ຜ່ານມາ, ເຊິ່ງຄະນະໜ່ວຍສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິສະຫະພັນແມ່ຍິງ ມີທັດສະນະຫຼັກໝັ້ນ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ຕາມແຜນງານພັດທະນາ ແມ່ຍິງກົມໃຫຍ່ການເມືອງກອງທັບວາງອອກ 10 ແຜນງານ 29 ໂຄງການ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບ ການມອບໝາຍໃຫ້ເປັນຢ່າງດີ, ເຊິ່ງໜ່ວຍສະຫະພັນແມ່ຍິງ ມີສະມາຊິກສະຫະພັນແມ່ຍິງ ທັງໝົດ 20 ສະຫາຍ ແບ່ງອອກເປັນ 3 ຈຸ, ຜ່ານການກວດກາຕີລາຄາປະເມີນຜົນການຈັດຕັ້ງການປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ໃນ 1 ປີ ຜ່ານມາ ມີດັ່ງນີ້: ບຸກຄົນ 3 ດີ ປະເພດ I ຈຳນວນ 16 ສະຫາຍ ກວມເອົາ 80%, ບຸກຄົນ 3 ດີ ປະເພດ II ຈໍານວນ 4 ສະຫາຍ ກວມເອົາ 20%, ເປັນໜ່ວຍ 3 ດີ ສະໄໝທີ III. ໂອກາດນີ້, ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງ ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນຕາມການມອບໝາຍຂອງກົມກອງ ແລະ ຂັ້ນເທິງ ໃຫ້ມີຫມາກຜົນດີ ແລະ ປະສົບຜົນສໍາເລັດຢາງຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ